ບັນຫາ Brexit: EU ກ່າວເຕືອນວ່າເຖິງຈຸດເວລາແລ້ວທີ່ ອັງກິດ ຕ້ອງເລືອກເຟັ້ນ

(VOVWORLD) - ປະຈຸບັນ, ເຖິງເວລາແລ້ວທີ່ ອັງກິດ ຕ້ອງຍົກອອກການເລືອກເຟັ້ນກ່ຽວກັບແບບການພົວພັນລະຫວ່າງ ລອນດອນ ກັບ ອີຢູ

ບັນຫາ Brexit: EU ກ່າວເຕືອນວ່າເຖິງຈຸດເວລາແລ້ວທີ່ ອັງກິດ ຕ້ອງເລືອກເຟັ້ນ - ảnh 1

  ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງ ສະຫະພາບ ເອີລົບ 

(ພາບ: AFP)

ວັນທີ 5 ກຸມພາ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງ ສະຫະພາບ ເອີລົບ ຖະແຫຼງວ່າ: ປະຈຸບັນ, ເຖິງເວລາແລ້ວທີ່ ອັງກິດ ຕ້ອງຍົກອອກການເລືອກເຟັ້ນກ່ຽວກັບແບບການພົວພັນລະຫວ່າງ ລອນດອນ ກັບ ອີຢູ, ພາຍຫຼັງ ລອນດອນ ຖອນຕົວອອກຈາກກຸ່ມນີ້ໃນເດືອນ ມີນາ ປີ 2019 ຢ່າງເປັນທາງການ, ໃນວິວັດທະນາການຍັງໄດ້ເອີ້ນວ່າ Brexit. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະກັບທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແລະ ທ່ານລັດຖະມົນຕີຮັບຜິດຊອບ Brexit ຂອງ ອັງກິດ David Davis, ທ່ານ Barnier ຢັ້ງຢືນວ່າ: ຢາກໃຫ້ ອັງກິດ ສ້າງຫຼັກໝັ້ນຂອງປະເທດນີ້ຢ່າງຈະແຈ້ງ ກ່ຽວກັບການພົວພັນໃນອະນາຄົດກັບ ອີຢູ “ພາຍໃນ 2, 3 ອາທິດທີ່ຈະມາເຖິງ”. ຕາມທ່ານແລ້ວ, ເລື່ອງ ອັງກິດ ຕົກລົງຖອນຕົວອອກຈາກສະຫະພັນພາສີອາກອນ ແລະ ຢືນຢູ່ນອກຕະຫຼາດລວມຂອງ ອີຢູ ເຊິ່ງແນ່ນອນວ່າ ບັນດາຮົ້ວກີດຂວາງດ້ານການຄ້າສຳລັບສິນຄ້າ ແລະ ການບໍລິການຂອງ ອັງກິດ ແມ່ນ “ບໍ່ສາມາດຕັດແຍກອອກຈາກກັນໄດ້” ແລະ ປະເທດ ອັງກິດ ຕ້ອງຍົກເອົາການເລືອກເຟັ້ນອອກ. ສ່ວນທ່ານ Davis ຖະແຫຼງ ທ່ານເຊື່ອໝັ້ນວ່າ ອາດຈະບັນລຸໄດ້ຂໍ້ຕົກລົງການເມືອງກ່ຽວກັບໄລຍະຂ້າມຜ່ານຫຼັງ Brexit ກ່ອນຈຸດເວລາກອງປະຊຸມສຸດຍອດ EU ຈະໄດ້ຈັດຕັ້ງໃນເດືອນ ມີນາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ