ບັນຫາ Brexit: EU ວາງເງື່ອນໄຂຫຍຸ້ງຍາກກັບອັງກິດ

(VOVWORLD) -ອັງກິດ ແລະ  EU ຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງ Brexit ຖ້າຫາກວ່າ ອັງກິດ ບໍ່ອະນຸຍາດໃຫ້ເຂດອຽກລັງເໜືອ ຢູ່ໃນສຳພັນທະມິດພາສີ EU.

ບັນຫາ Brexit: EU ວາງເງື່ອນໄຂຫຍຸ້ງຍາກກັບອັງກິດ - ảnh 1ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ແລະ ຄູ່ຕຳແໜ່ງອັງກິດ Boris Johnson

(ພາບ: THX/TTXVN)

ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງອັງກິດ Boris Johnson, ເມື່ອວັນທີ 08 ຕຸລາ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ກ່າວເຕືອນວ່າ, ອັງກິດ ແລະ  EU ຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງ Brexit ຖ້າຫາກວ່າ ອັງກິດ ບໍ່ອະນຸຍາດໃຫ້ເຂດອຽກລັງເໜືອ ຢູ່ໃນສຳພັນທະມິດພາສີ EU. ເຖິງຢ່າງໃດກໍ່ຕາມ, ສ່ວນທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຢືນຢັນວ່າ, ເລື່ອງ EU ຮຽກຮ້ອງຄືດັ່ງກ່າວ “ກ່ຽວກັບດ້ານພື້ນຖານແມ່ນບໍ່ສາມາດເປັນໄປໄດ້”.

        ພາຍຫຼັງແຈ້ງຂໍ້ມູນຂ່າວກ່ຽວກັບການໂອ້ລົມທາງໂທລະສັບ ແລະ ຄຳຮຽກຮ້ອງຈາກເຢຍລະມັນ, ການນຳພັກສະຫະພັນປະຊາທິປະໄຕ (DUP), ພັນທະມິດຂອງລັດຖະບານອັງກິດ ຢູ່ເຂດອຽກລັງເໜືອ, ທ່ານ Arlene Foster ຖືວ່າ, EU ແລະ ສ.ໄອແລນ ພວມມານະພະຍາຍາມວາງ “ກັນດັກ” ໃຫ້ເຂດຜືນແຜ່ນດິນນີ້ເຂົ້າສຳພັນທະມິດພາສີຂອງ EU ຢ່າງຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ