ບັນຫາ Brexit: ການເຈລະຈາລະຫວ່າງ ອີຢູ - ອັງກິດ ບໍ່່ບັນລຸບາດກ້າວກະໂດດຂັ້ນ

(VOVWORLD) - ບັນດາແຫຼ່ງຂ່າວຂອງອັງກິດ ແລະ ອີຢູ່ ໃຫ້ຮູ້ວ່າ ຄາດວ່າບັນດາການເຈລະຈາລະຫວ່າງບັນດາເຈົ້າໜ້າທີ່ຂັ້ນຕໍ່າກວ່າ ຈະສືບຕໍ່ຖືກດໍາເນີນໃນວັນທີ 6 ມີນາ. 

        ວິວັດການ ອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ  (ອີຢູ) ຫຼືເອີ້ນວ່າ Brexit ສືບຕໍ່ຕົກເຂົ້າສູ່ສະພາບການບໍ່ເປັນປົກກະຕິ ພາຍຫຼັງສິ້ນສຸດການເຈລະຈາໃນວັນທີ 5 ມີນາ ຢູ່ ບຣຸກແຊນ ປະເທດແບນຊິກ, ສອງຝ່າຍຍັງບໍ່ທັນບັນລຸໄດ້ບາດກ້າວກະໂດດຂັ້ນໃດໆ ທີ່ສາມາດຮັບປະກັນວ່າ ຂໍ້ຕົກລົງຖອນຕົວອອກຈາກອີຢູ ຈະໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດອັງກິດ.

ບັນຫາ Brexit: ການເຈລະຈາລະຫວ່າງ ອີຢູ - ອັງກິດ ບໍ່່ບັນລຸບາດກ້າວກະໂດດຂັ້ນ - ảnh 1ທ່ານ Geoffey Cox ລັດຖະມົນຕີກະຊວງຍຸຕິທໍາ ອັງກິດ (ພາບ:TTXVN) 

        ການເຈລະຈາລະຫວ່າງ ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ ແລະ ທ່ານ Geoffey Cox ລັດຖະມົນຕີກະຊວງຍຸຕິທໍາ ອັງກິດ ພ້ອມດ້ວຍທ່ານ Steppen Barclay ລັດຖະມົນຕີຮັບຜິດຊອບ Brexit ຂອງ ອັງກິດ ໄດ້ສິ້ນສຸດລົງ ພາຍຫຼັງປຶກສາຫາລືມາເປັນເວລາ 3 ຊົ່ວໂມງ. ສອງຝ່າຍ ຕ່າງກໍບໍ່ຍົກອອກຄໍາເຫັນໃດໆ ພາຍຫຼັງການເຈລະຈາຄັ້ງນີ້. ເຈົ້າໜ້າທີ່ ອີຢູ ໃຫ້ຮູ້ວ່າ ການເຈລະຈາດັ່ງກ່າວ ຖືກດໍາເນີນໄປຢ່າງບໍ່ດີງາມປານໃດ.

        ໃນຂະນະນັ້ນ, ບັນດາແຫຼ່ງຂ່າວຂອງອັງກິດ ແລະ ອີຢູ່ ໃຫ້ຮູ້ວ່າ ຄາດວ່າບັນດາການເຈລະຈາລະຫວ່າງບັນດາເຈົ້າໜ້າທີ່ຂັ້ນຕໍ່າກວ່າ ຈະສືບຕໍ່ຖືກດໍາເນີນໃນວັນທີ 6 ມີນາ. 

ຕອບກັບ

ຂ່າວ/ບົດ​ອື່ນ