ບັນຫາ Brexit: ຂໍ້ຕົກລົງເບື້ອງຕົ້ນສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍ

(VOVWORLD) - ເຖິງວ່າຮ່າງຂໍ້ຕົກລົງໄດ້ລະບຸມາດຕາ “ກີດຂວາງ” ເພື່ອແນໃສ່ຮັກສາຊາຍແດນເປີດ ລະຫວ່າງ ອຽກລັງເໜືອ ຂຶ້ນກັບ ອັງກິດ ແລະ ສ. ອຽກລັງ
ບັນຫາ Brexit: ຂໍ້ຕົກລົງເບື້ອງຕົ້ນສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍ - ảnh 1 ພາບປະກອບ

 

ວັນທີ 5 ທັນວາ, ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ສືບຕໍ່ປະເຊີນໜ້າກັບບັນດາຄຳຕຳໜິຕິຕຽນຢ່າງແຮງຈາກພັນທະມິດຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ກໍ່ຄືຈາກຝ່າຍຄ້ານ ພາຍຫຼັງທີ່ບັນດາເນື້ອໃນການໃຫ້ຄຳປຶກສາດ້ານນິຕິກຳກ່ຽວກັບຂໍ້ຕົກລົງສະບັບນີ້ໄດ້ຮັບການປະກາດ. ເນື້ອໃນການໃຫ້ຄຳປຶກສາດ້ານນິຕິກຳຈາກທ່ານ Geoffrey Cox, ລັດຖະມົນຕີກະຊວງຍຸຕິທຳ ໂດຍລັດຖະບານ ອັງກິດ ປະກາດມີຕອນຊີ້ແຈ້ງວ່າ: ເຖິງວ່າຮ່າງຂໍ້ຕົກລົງໄດ້ລະບຸມາດຕາ “ກີດຂວາງ” ເພື່ອແນໃສ່ຮັກສາຊາຍແດນເປີດ ລະຫວ່າງ ອຽກລັງເໜືອ ຂຶ້ນກັບ ອັງກິດ ແລະ ສ. ອຽກລັງ ຈະບໍ່ຄົງຕົວຖາວອນ ແລະ ສະແດງໃຫ້ເຫັນແຈ້ງເຈດຕະນາຂອງທຸກຝ່າຍກ່ຽວກັບເລື່ອງຈະປ່ຽນແປງມາດຕານີ້ດ້ວຍບັນດາຂໍ້ຕົກລົງອື່ນ, ແຕ່ຕາມກົດໝາຍສາກົນແລ້ວ, ຮ່າງຂໍ້ຕົກລົງສະບັບນີ້ຈະຄົງຕົວໂດຍບໍ່ມີກຳນົດເວລາ ຈົນຮອດເວລາໃດເມື່ອມີການປ່ຽນແປງຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ