ບັນຫາ Brexit: ທ່ານນາຍົກລັດຖະມົນຕີ Boris Johnson ປະກາດແຜນການ Brexit ທີ່ມີລັກສະນະຕັດສິນຊີ້ຂາດ

(VOVWORLD) -  ວັນທີ 02 ຕຸລາ, ອັງກິດ ໄດ້ສົ່ງ ແຜນການ “Brexit” ສະບັບໃໝ່ເຖິງສະຫະພາບ ເອີຣົບ (ອີຢູ)  ໃນນັ້ນ ມີການສະເໜີສ້າງຕັ້ງເຂດຄຸ້ມຄອງລວມໃຫ້ທົ່ວເກາະ ອຽກລັງ, ໄດ້ນຳໃຊ້ສິນຄ້າທັງທຸກປະເພດ, ພ້ອມທັງໃຫ້ຄຳໝັ້ນສັນຍາ ຫຼີກລ້ຽງການສ້າງຕັ້ງບັນດາປ້ອມກວດກາຊາຍແດນ ຫຼື ພື້ນຖານວັດຖຸຄົງທີ່ຢູ່ ຊາຍແດນ 2 ຝ່າຍໃນເກາະນີ້.

        ໃນແຜນການສົ່ງເຖິງ ອີຢູ ແມ່ນແນໃສ່ແກ້ໄຂບັນຫາຊາຍແດນລະຫວ່າງເຂດ ອຽກລັງເໜືອ ແລະ ສ.ອຽກລັງ, ລອນດອນ ສະເໜີສ້າງຕັ້ງເຂດຄຸ້ມຄອງຄົບຊຸດທັງ ອຽກລັງເໜືອ ແລະ ອີຢູ ເພື່ອຫຼີກລ້ຽງການສ້າງຕັ້ງບັນດາປ້ອມກວດກາພາສີສຳລັບສິນຄ້າທີ່ແລກປ່ຽນລະຫວ່າງ 2 ຝ່າຍ ພາຍຫລັງ Brexit. ສຳລັບເລື່ອງນຳໃຊ້ເຂດຄຸ້ມຄອງລວມ, ເຂດ ອຽກລັງເໜືອ ຈະປະຕິບັດຕາມບັນດາຂໍ້ກຳນົດ ແລະ ມາດຕະຖານຂອງ ອີຢູ ຊົ່ວຄາວ. ຕາມນັ້ນແລ້ວ, ສິນຄ້າກະສິກຳຈາກບັນດາເຂດທີ່ຍັງເຫຼືອຂອງ ອັງກິດ ເມື່ອນຳເຂົ້າເຂດ ອຽກລັງເໜືອ ກໍ່ຈະຜ່ານຂັ້ນຕອນການກວດກາຄືໄດ້ກຳນົດໄວ້ໃນກົດໝາຍຂອງ ອີຢູ.

        ແລະກໍ່ໃນວັນທີ 02 ຕຸລາ, ຫ້ອງວ່າການນາຍົກລັດຖະມົນຕີໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ Boris Johnson ຈະສືບຕໍ່ສະເໜີພະລາຊີນີ ອັງກິດ ປິດປະຕູລັດຖະສະພາ ອັງກິດ ໃນລະຫວ່າງວັນທີ 08 – 14 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ