ບັນຫາ Brexit: ທ່ານນາຍົກລັດຖະມົນຕີ ອັງກິດ ຄາດວ່າຈະສະເໜີ ອີຢູ ໂຈະ Brexit

(VOVWORLD) -  ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ມີແຜນການສົ່ງຈົດໝາຍເຖິງສະຫະພາບ ເອີຣົບ (ອີຢູ) ຮຽກຮ້ອງການໂຈະ Brexit (ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ), ຖ້າຫາກສະພາແຫ່ງຊາດ ອັງກິດ ບໍ່ເຫັນດີຕໍ່ຂໍ້ຕົກລົງ Brexit ກ່ອນວັນທີ 19 ຕຸລາ ຈະມາເຖິງ.
ບັນຫາ Brexit: ທ່ານນາຍົກລັດຖະມົນຕີ ອັງກິດ ຄາດວ່າຈະສະເໜີ ອີຢູ ໂຈະ Brexit - ảnh 1 ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ພາບ: AFP/TTXVN)

        ວັນທີ 04 ຕຸລາ, ສຳນັກຂ່າວສານ BBC ໃຫ້ຂ່າວວ່າ, ໃນສຳເນົາເອກະສານທີ່ຍື່ນຕໍ່ສານຢູ່ Scotland, ລັດຖະບານ ອັງກິດ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ Boris Johnson ໄດ້ເຫັນດີຕໍ່ເລື່ອງສົ່ງຈົດໝາຍເຖິງ ອີຢູ ສະເໜີໂຈະ Brexit. ສຳເນົາເອກະສານຊີ້ແຈ້ງວ່າ: ໃນກໍລະນີບໍ່ມີເງື່ອນໄຂໃດທີ່ວາງອອກມານັ້ນໄດ້ຮັບການເຫັນດີ, ທ່ານ Boris Johnson ຈະສົ່ງຈົດໝາຍເຖິງ ອີຢູ ຊ້າທີ່ສຸດແມ່ນວັນທີ 19 ຕຸລາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ