ບັນ​ຫາ Brexit - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອັງ​ກິດ​ມີ​ຄວາມ​ປະ​ເອີບ​ໃຈ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ​ກັບ EU

(VOVWORLD) -ອັງກິດ ແລະ ສະຫະພາບ ເອີລົບ (EU) ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງໃຫ້ແກ່ແຜນການອັງກິດຖອນຕົວອອກຈາກ “ຊາຍຄາລວມ”, ຫຼື ຍັງໄດ້ເອີ້ນວ່າ Brexit ເຊິ່ງຄາດວ່າຈະດຳເນີນໃນວັນທີ 31 ຕຸລາ ຈະມາເຖິງ. 
ບັນ​ຫາ Brexit - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອັງ​ກິດ​ມີ​ຄວາມ​ປະ​ເອີບ​ໃຈ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ​ກັບ EU - ảnh 1ທ່ານນາຍົກລັດຖະຕີ ອັງກິດ Boris Johnson  ແລະ ທ່ານ Jean- Claude Juncker ປະທານຄະນະກຳມະການເອີລົບ (ພາບ:  express.co.uk)

ທີ່ການພົບປະໂດຍກົງຄັ້ງທຳອິດຢູ່ Luxembourg ໃນວັນທີ 16 ກັນຍາ, ທ່ານນາຍົກລັດຖະຕີ ອັງກິດ Boris Johnson  ແລະ ທ່ານ Jean- Claude Juncker ປະທານຄະນະກຳມະການເອີລົບ ບໍ່ບັນລຸໄດ້ບໍ່ວ່າບາດກ້າວບຸກທະລຸໃດໆ, ເຖິງວ່າກ່ອນໜ້ານັ້ນ ລັດຖະບານ ອັງກິດຢັ້ງຢືນວ່າ ໄດ້ມີການພົບປະທີ່ມີລັກສະນະສ້າງສັນກັບຜູ້ຕາງໜ້າ ເອີລົບ. ທ່ານ Johnson ແລະ ທ່ານ Juncker ພຽງແຕ່ເຫັນດີເປັນເອກະພາບວ່າ ບັນດາການເຈລະຈາ Brexit ຕ້ອງໄດ້ຮັບການເພີ່ມທະວີ, ດ້ວຍບັນດາການພົບປະກັນລະຫວ່າງບັນດາເຈົ້າໜ້າທີ່ສອງຝ່າຍເຊິ່ງຕ້ອງດຳເນີນໃນທຸກໆມື້.

        ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະກັບທ່ານປະທານຄະນະກຳມະການເອີລົບ (EC) Jean- Claude Juncker, ທ່ານ Boris Johnson  ຢັ້ງຢືນວ່າ ມີ ໂອກາດທີ່ດີເພື່ອໃຫ້ ລອນດອນ ແລະ ສະຫະພາບ ເອີລົບ ກ້າວໄປເຖິງຂໍ້ຕົກລົງກ່ຽວກັບເລື່ອງອັງກິດຖອນຕົວອອກຈາກ EU, ຫຼືຍັງໄດ້ເອີ້ນວ່າ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ