ບັນຫາ Brexit: ນາຍົກລັດຖະມົນຕີ ອັງກິດ Johnson ຕັດສິນໃຈບໍ່ໂຈະ Brexit

(VOVWORLD) - ວັນທີ 05 ກັນຍາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຖະແຫຼງວ່າ “ໃຫ້ທ່ານຕາຍ” ຍັງດີກ່ວາໄປໂຈະແຜນການນຳປະເທດ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) - ຫຼື ຍັງເອີ້ນວ່າ Brexit - ຄາດວ່າແມ່ນວັນທີ 31 ຕຸລາ ຈະມາເຖິງ.

 ທ່ານ Johnson ໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ໃນສະພາບທີ່ສະພາຕ່ຳ ອັງກິດ ຫາກໍ່ຮັບຮອງເອົາຮ່າງກົດໝາຍທີ່ສາມາດສະກັດກັ້ນທ່ານນຳປະເທດ ອັງກິດ ຖອນຕົວອອກຈາກ ອີຢູ ເຖິງວ່າບໍ່ບັນລຸໄດ້ຂໍ້ຕົກລົງກັບ ບຣຸກແຊນ ກໍ່ຕາມ ແລະ ຕໍ່ຈາກນັ້ນ ແມ່ນປະຕິເສດຂໍ້ສະເໜີຂອງທ່ານ Johnson ກ່ຽວກັບການດຳເນີນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ ເພື່ອແກ້ໄຂສະພາບຈົນຕາແຈດ້ານການເມືອງ.

ບັນຫາ Brexit: ນາຍົກລັດຖະມົນຕີ ອັງກິດ Johnson ຕັດສິນໃຈບໍ່ໂຈະ Brexit - ảnh 1 ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ພາບ: AFP/ TTXVN)

ກ່າວຄຳເຫັນທີ່ວິທະຍາຄານຕຳຫລວດຢູ່ນະຄອນ Wakefield ທາງພາກເໜືອ ອັງກິດ, ທ່ານ Johnson ຊີ້ແຈ້ງວ່າ: “ໃຫ້ຂ້າພະເຈົ້າຕາຍ ຍັງດີກ່ວາເລື່ອງຕ້ອງສະເໜີ ອີຢູ ໂຈະ Brexit. ພວກເຮົາຕ້ອງຖອນຕົວອອກຈາກ ອີຢູ ໃນວັນທີ 31 ຕຸລາ”. ເຫດການນີ້ ໄດ້ຂຶ້ນແຜນໄວ້ແລ້ວ ແລະແມ່ນບາດກ້າວທຳອິດຂອງບັ້ນຂົນຂວາຍຫາສຽງເລືອກຕັ້ງ, ກ່ອນທີ່ຈະສະເໜີຈັດຕັ້ງການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາຂອງທ່ານ Johnson ຖືກສະພາຕ່ຳປະຕິເສດ.  

ຕອບກັບ

ຂ່າວ/ບົດ​ອື່ນ