ບັນຫາ Brexit: ນາຍົກລັດຖະມົນຕີອັງກິດເຊື່ອໝັ້ນຕໍ່ໂອກາດບັນລຸໄດ້ຂໍ້ຕົກລົງກັບ EU ໃນໄວໆນີ້

(VOVWORLD) -ວັນທີ 03 ຕຸລາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໃຫ້ຂໍ້ສັງເກດຕໍ່ໂອກາດທີ່ຈະບັນລຸໄດ້ມາດຕະການແກ້ໄຂໃຫ້ແກ່ບັນຫາ Brexit (ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ - EU) ໃນໄວໆນີ້

ບັນຫາ Brexit: ນາຍົກລັດຖະມົນຕີອັງກິດເຊື່ອໝັ້ນຕໍ່ໂອກາດບັນລຸໄດ້ຂໍ້ຕົກລົງກັບ EU ໃນໄວໆນີ້ - ảnh 1ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບປະກອບ: AFP/TTXVN)

ພ້ອມທັງໃຫ້ຮູ້ວ່າ EU ມີປະຕິກິລິຍາຢ່າງສ້າງສັນຕໍ່ຂໍ້ສະເໜີຂອງລອນດອນ ກ່ຽວກັບຂໍ້ຕົກລົງ Brexit ໃໝ່. ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດອັງກິດ, ທ່ານນາຍົກລັດຖະມົນຕີ Boris Johnson ໃຫ້ຮູ້ວ່າ, ອັງກິດ ແລະ EU ພ້ວມກ້າວໄປເຖິງມາດຕະການແກ້ໄຂ ແລະ ໝາກຜົນທີ່ບັນລຸໄດ້ນັ້ນແມ່ນຍ້ອນບັນດາສະມາຊິກທີ່ຍັງເຫຼືອຂອງກຸ່ມ ຮັບຮອງເອົາຄວາມຈຳເປັນຂອງເລື່ອງແກ້ໄຂບັນຫາ Brexit. ເຖິງຢ່າງໃດກໍ່ຕາມ, ທ່ານຢືນຢັນວ່າ ມາດຕາ “ກີດຂວາງ” ທີ່ກ່ຽວຂ້ອງເຖິງບັນຫາຊາຍແດນ ອຽກລັງ ຍັງຄົງຕ້ອງຍົກເລີກ ແລະ ອັງກິດ ຈະຖອນຕົວອອກຈາກ EU ໃນວັນທີ 31 ຕຸລາ ຈະມາເຖິງ, ຖ້າຫາກວ່າບໍ່ບັນລຸໄດ້ຂໍ້ຕົກລົງ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ