ບັນຫາ Brexit: ບັນດາໝາກຜົນຂອງໄລຍະເຈລະຈາຄັ້ງທີ 1

(VOVWORLD) - ພົນລະເມືອງ ອີຢູ ດຳລົງຊີວິດ ຢູ່ ອັງກິດ ແລະ ພົນລະເມືອງ ອັງກິດ ດຳລົງຊີວິດຢູ່ ອີຢູ ລວມທັງໝົດ 4,5 ລ້ານຄົນ ຍັງຄົງຮັກສາສິດພື້ນຖານແມ່ນການໄປມາຢ່າງເສລີລະຫວ່າງ ອັງກິດ ແລະ ອີຢູ ແລະ ກົງກັນຂ້າມ.

ວັນທີ 8 ທັນວາ, ພາຍຫຼັງເຈລະຈາມາເປັນເວລາ 6 ເດືອນ ກ່ຽວກັບເລື່ອງ ອັງກິດ ຖອນອອກຈາກ ສະຫະພາບ ເອີລົບ (ອີຢູ), ຫຼືຍັງເອີ້ນວ່າ Brexit, 2 ຝ່າຍບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນດາມາດຕາ ຖອນອອກຈາກ ອີຢູ ເພື່ອຫັນໄປສູ່ໄລຍະ 2, ເຈລະຈາກ່ຽວກັບອະນາຄົດຂອງການພົວພັນ 2 ຝ່າຍ. ກ່ອນອື່ນໝົດ, ສິດພົນລະເມືອງໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາບຸລິມະສິດສຳຄັນທີ່ສຸດຂອງ ອີຢູ. ພົນລະເມືອງ ອີຢູ ດຳລົງຊີວິດ ຢູ່ ອັງກິດ ແລະ ພົນລະເມືອງ ອັງກິດ ດຳລົງຊີວິດຢູ່ ອີຢູ ລວມທັງໝົດ 4,5 ລ້ານຄົນ ຍັງຄົງຮັກສາສິດພື້ນຖານແມ່ນການໄປມາຢ່າງເສລີລະຫວ່າງ ອັງກິດ ແລະ ອີຢູ ແລະ ກົງກັນຂ້າມ.

        ທີສອງ ແມ່ນບັນຫາເສັ້ນຊາຍແດນ ອິດສະຣາແອນ. ອີຢູ ແລະ ອັງກິດ ເຫັນດີເປັນເອກະສັນຫຼີກລ້ຽງເລື່ອງສ້າງຕັ້ງເສັ້ນຊາຍແດນໃນເກາະ ອຽກລັງ ຄືນໃໝ່.

        ກ່ຽວກັບບັນຫາຊຳລະການເງິນ. 2 ຝ່າຍໄດ້ເຫັນດີເປັນເອກະສັນສ້າງບັນຊີລາຍຊື່ການຊຳລະ, ບັນດາຫຼັກການຄິດໄລ່ມູນຄ່າບັນດາບ້ວງຕ້ອງຊຳລະ ແລະ ບັນດາເງື່ອນໄຂເພື່ອໃຫ້ ອັງກິດເຂົ້າຮ່ວມບັນດາລາຍການໃນຂອບເຂດການເງິນຫຼາຍປີ ໃນໄລຍະ 2014 – 2020, ນັບທັງພາຍຫຼັງທີ່ປະເທດນີ້ຖອນອອກຈາກ ອີຢູ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ