ບັນຫາ Brexit: ຜູ້​ໄດ້​ຮັບ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ເປັນ​ປະທານ EC ຢັ້ງຢືນຄວາມ​ສາມັກຄີ​ໃນ ອີ​ຢູ

(VOVWORLD) -ເລື່ອງອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ ຫຼື ຍັງເອີ້ນວ່າ Brexit ໄດ້ເຮັດໃຫ້ບັນດາສະມາຊິກຍັງເຫຼືອຂອງກຸ່ມ ອີຢູ ມີຄວາມສາມັກຄີກັນຂຶ້ນຕື່ມ.
ບັນຫາ Brexit: ຜູ້​ໄດ້​ຮັບ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ເປັນ​ປະທານ EC ຢັ້ງຢືນຄວາມ​ສາມັກຄີ​ໃນ ອີ​ຢູ - ảnh 1 ທ່ານນາງ Ursuala von der Leyen ປະທານ ຄະນະກໍາມະການເອີຣົບ (ພາບ:TTXVN)

ວັນທີ 8 ພະຈິກ, ທ່ານນາງ Ursuala von der Leyen ຜູ້ຊະນະໃນການເລືອກຕັ້ງປະທານ ຄະນະກໍາມະການເອີຣົບ (EC), ໄດ້ຢັ້ງຢືນວ່າ ເລື່ອງອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ ຫຼື ຍັງເອີ້ນວ່າ Brexit ໄດ້ເຮັດໃຫ້ບັນດາສະມາຊິກຍັງເຫຼືອຂອງກຸ່ມ ອີຢູ ມີຄວາມສາມັກຄີກັນຂຶ້ນຕື່ມ. ໃນບົດກ່າວປາໄສຢູ່ Berlin (ເຢຍລະມັນ), ທ່ານນາງ Ursuala von der Leyen ໃຫ້ຮູ້ວ່າ ວິວັດການ Brexit ທີ່ມີຄວາມວຸ້ນວາຍຫຼາຍຢ່າງນີ້ ໄດ້ຕັກເຕືອນໃຫ້ບຸກຄົນທີ່ “ເຄີຍສົງໄສຕໍ່ ອີຢູ” ກ່ຽວກັບຜົນປະໂຫຍດຂອງການໄດ້ເປັນສະມາຊິກຂອງ ສະຫະພາບດັ່ງກ່າວ. ທ່ານອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ ເນັ້ນໜັກວ່າ ອີຢູ ໄດ້ພິສູດໃຫ້ເຫັນວ່າ ກຸ່ມດັ່ງກ່າວນີ້ ສາມາດພັດທະນາຢ່າງແຮງກວ່າໃນໄລຍະວິກິດການ. ໂດຍປະຕິເສດການຄາດຄະເນກ່ຽວກັບ ເລື່ອງ ອັງກິດຕັດສິນໃຈຖອນຕົວອອກຈາກ ອີຢູ ຈະກໍ່ການຜິດຖຽງກັນພາຍໃນກຸ່ມຫຼືບໍ? ທ່ານນາງ Ursuala von der Leyen ໃຫ້ຮູ້ວ່າ “ເຖິງວ່າ ພວກຂ້າພະເຈົ້າມີທັດສະນະທີ່ແຕກຕ່າງກັນ ຕໍ່ການເຈລະຈາ Brexit  ກໍຕາມ ແຕ່ພວກຂ້າພະເຈົ້າມີ 27 ປະເທດ ສະມາຊິກຍັງຄຽງບ່າຄຽງໄລ່ນໍາກັນ”. 

ຕອບກັບ

ຂ່າວ/ບົດ​ອື່ນ