ບັນຫາ Brexit: ຝລັ່ງ ສະເໜີຮ່າງກົດໝາຍສຳຮອງ ໃນກໍລະນີ EU ບໍ່ບັນລຸໄດ້ຂໍ້ຕົກລົງກັບ ອັງກິດ

(VOVWORLD) - ຮ່າງກົດໝາຍດັ່ງກ່າວໄດ້ເວົ້າເຖິງບັນດາບັນຫາທີ່ຈະເກີດຂຶ້ນສຳລັບພົນລະເມືອງ ຝລັ່ງ ພວມດຳລົງຊີວິດຢູ່ ອັງກິດ

ບັນຫາ Brexit: ຝລັ່ງ ສະເໜີຮ່າງກົດໝາຍສຳຮອງ ໃນກໍລະນີ EU ບໍ່ບັນລຸໄດ້ຂໍ້ຕົກລົງກັບ ອັງກິດ - ảnh 1 ທ່ານນາງ Nathalie Loiseau, ລັດຖະມົນຕີ ເອີລົບ ຂອງ ຝລັ່ງ

(ພາບ: albawaba.com)

ວັນທີ 3 ຕຸລາ, ທ່ານນາງ Nathalie Loiseau, ລັດຖະມົນຕີ ເອີລົບ ຂອງ ຝລັ່ງ ໃຫ້ຮູ້ວ່າ: ລັດຖະບານ ຝລັ່ງ ໄດ້ສະເໜີຮ່າງກົດໝາຍສະບັບໜຶ່ງ ເພື່ອແນໃສ່ກະກຽມໃຫ້ກໍລະນີທີ່ ອັງກິດ ຖອນຕົວອອກຈາກ EU ເຊິ່ງ EU ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງໃດກັບ ອັງກິດ. ຮ່າງກົດໝາຍດັ່ງກ່າວໄດ້ເວົ້າເຖິງບັນດາບັນຫາທີ່ຈະເກີດຂຶ້ນສຳລັບພົນລະເມືອງ ຝລັ່ງ ພວມດຳລົງຊີວິດຢູ່ ອັງກິດ ແລະ ກົງກັນຂ້າມ ໃນກໍລະນີ ອັງກິດຖອນຕົວອອກແຕ່ບໍ່ບັນລຸໄດ້ຂໍ້ຕົກລົງລະຫວ່າງ 2 ຝ່າຍ, ກໍ່ຄືບັນດາວິສາຫະກິດພວມເຮັດວຽກຢູ່ເຂດ ຊ່ອງແຄມທະເລ Manche ຈະສືບຕໍ່ໄດ້ດຳເນີນໄປຄືແນວໃດ. ເອກະສານນີ້ກໍ່ສາມາດປົກປ້ອງສິດຂອງຊາວ ຝລັ່ງ ຈາກ ອັງກິດກັບຄືນມາ, ດ້ວຍວິທີຮັບຮູ້ເວລາເສຍເງິນປະກັນພັກກິນເບ້ຍບຳນານຢູ່ ອັງກິດ, ຫຼື ຮັບຮູ້ໃບປະກາດສະນີຍະບັດທີ່ເຂົາເຈົ້າໄດ້ຮັບ. ຮ່າງກົດໝາຍກໍ່ຈະລວມມີບັນດາມາດຕະການກ່ຽວກັບການເຄື່ອນຍ້າຍຂອງພົນລະເມືອງ ແລະ ສິນຄ້າລະຫວ່າງ 2 ປະເທດ (ທີ່ເຄີຍເປັນບັນຫາພວມກໍ່ຄວາມບໍ່ລົງລອຍກັນລະຫວ່າງ ລອນດອນ ແລະ ບຣຸກແຊນ), ເຊິ່ງລວມມີບັນດາຂໍ້ຕົກລົງພາສີຂາເຂົ້າ - ຂາອອກ.

ຕອບກັບ

ຂ່າວ/ບົດ​ອື່ນ