ບັນຫາ Brexit: ພັກນິຍົມຮັກສາເດີມ ຍັງບໍ່ມີຄວາມເປັນເອກະສັນກັນ

(VOVWORLD) -ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ບໍ່ໄດ້ຍົກອອກມາດຕາໃໝ່ໃດໆ ນອກຈາກການເວົ້າຄືນໃນສິ່ງທີ່ເຄີຍເວົ້າກ່ຽວກັບຂໍ້ຕົກລົງ Brexit.

ກອງປະຊຸມປິດລັບລະຫວ່າງບັນດາບຸກຄົນສໍາຄັນໃນພັກນິຍົມຮັກສາເດີມ ຢູ່ ສໍານັກງານຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຢູ່ Chequers ໄດ້ສິ້ນສຸດລົງໃນຕອນເຊົ້າວັນທີ 25 ມີນາ ເຊິ່ງບໍ່ສາມາດບັນລຸໄດ້ຄວາມເປັນເອກະພາບໃດໆ. ກຸ່ມສະມາຊິກລັດຖະສະພາ ທີ່ສະໜັບສະໜູນ Brexit ໄດ້ເພີ່ມທະວີຄວາມກົດດັນ, ສະແດງຄວາມບໍ່ພໍໃຈຕໍ່ຂໍ້ຕົກລົງ Brexit ຂອງ ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ແລະ ສະແດງໃຫ້ເຫັນເຖິງຄວາມອາດສາມາດປະສົບຜົນສໍາເລັດໃນການປ່ອນບັດຄັ້ງທີ 3 ຢູ່ສະພາຕໍ່າທີ່ຈະຈັດຂຶ້ນໃນອາທິດນີ້ ແມ່ນ ບໍ່່ຄ່ອຍມີຄວາມຫວັງ.

        ທີ່ກອງປະຊຸມ, ບັນດາສະມາຊິກລັດຖະສະພາ “ກໍ່ຈະລາຈົນ” ໃນພັກນິຍົມຮັກສາເດີມໃຫ້ຮູ້ວ່າ ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ບໍ່ໄດ້ຍົກອອກມາດຕາໃໝ່ໃດໆ ນອກຈາກການເວົ້າຄືນໃນສິ່ງທີ່ເຄີຍເວົ້າກ່ຽວກັບຂໍ້ຕົກລົງ Brexit. ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ວາງອອກຄໍາຮຽກຮ້ອງວ່າ ຖ້າຫາກຢາກໃຫ້ຂໍ້ຕົກລົງ Brexit ໄດ້ຮັບການຮັບຮອງນັ້ນ ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຕ້ອງວາງແຜນການລາອອກຈາກຕໍາແໜ່ງຢ່າງຈະແຈ້ງອອກມາ ເພື່ອໃຫ້ຜູ້ອື່ນນໍາພາປະເທດອັງກິດ ກ້າວເຂົ້າສູ່ໄລຍະທີ່ຈະມາເຖິງຂອງວິວັດການເຈລະຈາ ສັນຍາການຄ້າກັບ ອີຢູ. ເຖິງຢ່່າງໃດກໍຕາມ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຍັງບໍ່ມີຄໍາຕອບຕໍ່ກັບບັນຫາດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ