ບັນຫາ Brexit: ສະພາແຫ່ງຊາດ ອັງກິດ ກັບມາເຄື່ອນໄຫວຄືນໃໝ່

(VOVWORLD) - ວັນທີ 25 ກັນຍາ, ສະພາແຫ່ງຊາດ ອັງກິດ ໄດ້ກັບມາເຄື່ອນໄຫວຄືນໃໝ່ພາຍຫລັງ 1 ວັນ ເຊິ່ງສານສູງສຸດປະເທດນີ້ ໄດ້ອອກຄຳຕັດສິນວ່າ ຂໍ້ຕົກລົງການຢຸດຕິການເຄື່ອນໄຫວຂອງອົງການນິຕິບັນຍັດ ຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແມ່ນຜິດກົດໝາຍ, ບໍ່ມີຄຸນຄ່າ ແລະ ບໍ່ມີຜົນສັກສິດ.
ບັນຫາ Brexit: ສະພາແຫ່ງຊາດ ອັງກິດ ກັບມາເຄື່ອນໄຫວຄືນໃໝ່ - ảnh 1 ສະພາແຫ່ງຊາດ ອັງກິດ ກັບມາເຄື່ອນໄຫວຄືນໃໝ່ (ພາບ: AFP/TTXVN)

        ໃນບົດກ່າວປາໄສຕໍ່ໜ້າສະພາແຫ່ງຊາດ ອັງກິດ ໃນຕອນຄ່ຳວັນທີ 25 ກັນຍາ ພາຍຫລັງສະພາແຫ່ງຊາດ ອັງກິດ ກັບມາເຄື່ອນໄຫວຄືນໃໝ່, ທ່ານນາຍົກລັດຖະມົນຕີ Boris Johnson ຖະແຫຼງວ່າ: ທ່ານຈະປະຕິບັດ Brexit ຈົນສຸດປາຍ ແລະ ທ່ານບໍ່ສົນໃຈເຖິງເລື່ອງບັນດາພັກຝ່າຍຄ້ານ ປ່ອນບັດບໍ່ໄວ້ວາງໃຈຕໍ່ລັດຖະບານຂອງທ່ານໃນວັນທີ 26 ກັນຍາ ຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ