ບັນຫາ Brexit: ສະພາແຫ່ງຊາດ ອັງກິດ ມີໂອກາດຕື່ມອີກເພື່ອປ່ອນບັດໃຫ້ແກ່ຂໍ້ຕົກລົງ Brexit

(VOVWORLD) -ທ່ານນາງ May ໃຫ້ຄຳໝັ້ນສັນຍາວ່າ ອັງກິດຈະຖອນຕົວອອກຈາກສະຫະພາບເອີຣົບ ໃນວັນທີ 29 ມີນາ ທີ່ຈະມາເຖິງ. 

ວັນທີ 28 ມັງກອນ, ໂຄສົນກຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໃຫ້ຮູ້ວ່າ: ທ່ານນາງ May ຄາດວ່າຈະໃຫ້ ສະພາແຫ່ງຊາດປະເທດນີ້ເປັນໂອກາດຄັ້ງທີ 2 ເພື່ອຮັບຮອງເອົາຂໍ້ຕົກລົງ ນຳອັງກິດ ຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ), ຫຼືເອີ້ນວ່າ Brexit, ຍິ່ງໄວເທົ່າໃດກໍ່ຍິ່ງດີ. ເຈົ້າໜ້າທີ່ດັ່ງກ່າວໃຫ້ຮູ້ວ່າ ຢ້ຳຄືນວ່າ ທ່ານນາງ May ໃຫ້ຄຳໝັ້ນສັນຍາວ່າ ອັງກິດຈະຖອນຕົວອອກຈາກສະຫະພາບເອີຣົບ ໃນວັນທີ 29 ມີນາ ທີ່ຈະມາເຖິງ. ທ່ານຢັ້ງຢືນວ່າ ບັນດາການເຈລະຈາກຳລັງໄດ້ດຳເນີນໄປ ເພື່ອແນໃສ່ດັດປັບຂໍ້ຕົກລົງຕາມທິກດອາດຍາດໄດ້ການສະໜັບສະໜູນຈາກບັນດາສະມາຊິກສະພາແຫ່ງຊາດ.

ໃນຂະນະນັ້ນ, ຄະນະກຳມະການສະມາຊິກສະພາ ອັງກິດ ຖືວ່າ ລັດຖະບານອັງກິດບໍ່ອາດຍອມຮັບ Brexit ທີ່ບໍ່ມີການຕົກລົງຄືວ່າເປັນນະໂຍບາຍຂອງປະເທດນີ້ ໃນວິວັດການຖອນຕົວອອກຈາກ ອີຢູ ແລະ ສະພາແຫ່ງຊາດ ອັງກິດ ຕ້ອງໄດ້ຮັບສິດໃນການປ່ອນບັດກ່ຽວກັບການແກ່ຍາວເວລາດຳເນີນການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ