ບັນຫາ Brexit: ຫົວໜ້າຄະນະເຈລະຈາຂອງອີຢູຄັດຄ້ານຄຳຮຽກຮ້ອງປ່ຽນແປງຂໍ້ຕົກລົງຂອງນາຍົກລັດຖະມົນຕີຄົນໃໝ່

(VOVWORLD) -ຄຳຮຽກຮ້ອງຂອງທ່ານ Boris Johnson, ນາຍົກລັດຖະມົນຕີອັງກິດ ຄົນໃໝ່ເພື່ອແນໃສ່ປ່ຽນແປງຂໍ້ຕົກລົງ Brexit ແມ່ນບໍ່ສາມາດຮັບຮູ້ໄດ້.

ບັນຫາ Brexit: ຫົວໜ້າຄະນະເຈລະຈາຂອງອີຢູຄັດຄ້ານຄຳຮຽກຮ້ອງປ່ຽນແປງຂໍ້ຕົກລົງຂອງນາຍົກລັດຖະມົນຕີຄົນໃໝ່ - ảnh 1 ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ

(ພາບ: AFP/TTXVN)

ວັນທີ 25 ກໍລະກົດ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (ອີຢູ) ກ່ຽວກັບ Brexit (ອັງກິດ ຖອນຕົນອອກຈາກອີຢູ) ໄດ້ຢືນຢັນວ່າ, ຄຳຮຽກຮ້ອງຂອງທ່ານ Boris Johnson, ນາຍົກລັດຖະມົນຕີອັງກິດ ຄົນໃໝ່ເພື່ອແນໃສ່ປ່ຽນແປງຂໍ້ຕົກລົງ Brexit ແມ່ນບໍ່ສາມາດຮັບຮູ້ໄດ້. ໃນຈົດໝາຍຝາກເຖິງເອກອັກຄະລັດຖະທູດບັນດາປະເທດຂຶ້ນກັບອີຢູ, ທ່ານ Michel Barnier ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ Boris Johnson ໄດ້ຖະແຫຼງວ່າ ຖ້າຫາກຢາກບັນລຸໄດ້ຂໍ້ຕົກລົງນັ້ນພຽງແຕ່ຍົກເລີກບັນດາມາດຕາທີ່ເອີ້ນວ່າ “ແຜນການສຳຮອງກ່ຽວກັບເຂດຊາຍແດນອຽກລັງ” ຫຼື ຍັງຮູ້ຈັກວ່າແມ່ນມາດຕາ “ຮົ້ວກີດຂວາງ”. ທ່ານຊີ້ແຈ້ງວ່າ “ສິ່ງດັ່ງກ່າວແນ່ນອນວ່າບໍ່ສາມາດຍອມຮັບໄດ້ ແລະ ບໍ່ແມ່ນໜ້າທີ່ຂອງສະພາເອີລົບ”.

        ກ່ອນໜ້ານັ້ນໃນວັນດຽວກັນ, ໃນບົດກ່າວປາໄສຢູ່ຕໍ່ໜ້າສະພາແຫ່ງຊາດອັງກິດ, ທ່ານBoris Johnson, ນາຍົກລັດຖະມົນຕີອັງກິດ ຄົນໃໝ່ ໄດ້ຊີ້ແຈ້ງເປັນພິເສດວ່າ ເລື່ອງຍົກເລີກມາດຕາ “ຮົ້ວກີດຂວາງ” ແມ່ນເປົ້າໝາຍຕົ້ນຕໍໃນບັນດາການເຈລະຈາໃນອະນາຄົດກ່ຽວກັບ Brexit ກັບອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ