ບັນຫາ Brexit: ອັງກິດ ຕຳໜິຕິຕຽນນະໂຍບາຍບໍ່ປານິປານອມຂອງອີຢູ

(VOVWORLD) -ກ່ຽວກັບເລື່ອງສະຫະພາບເອີລົບ (ອີຢູ) ບໍ່ປານິປານອມໃນວິວັດການເຈລະຈາເລື່ອງອັງກິດ ຖອນຕົວອອກຈາກອີຢູ ຫຼື ເອີ້ນວ່າ Brexit, ພວມເຮັດໃຫ້ອັງກິດ ຕົກເຂົ້າສູ່ສະພາບສະພາບຖອນຕົວອອກຈາກກຸ່ມຕະຫຼາດລວມດັ່ງກ່າວ ແຕ່ບໍ່ສາມາດບັນລຸໄດ້ຂໍ້ຕົກລົງໃດໆ.

ບັນຫາ Brexit: ອັງກິດ ຕຳໜິຕິຕຽນນະໂຍບາຍບໍ່ປານິປານອມຂອງອີຢູ - ảnh 1 ທ່ານລັດຖະມົນຕີກະຊວງການຄ້າອັງກິດ Liam Fox

(ພາບປະກອບ: AFP/TTXVN)

ທ່ານລັດຖະມົນຕີກະຊວງການຄ້າອັງກິດ Liam Fox ໄດ້ຍົກອອກຂໍ້ສັງເກດດັ່ງກ່າວໃນບົດຕອບສຳພາດລົງໃນໜັງສືພິມ Sunday Times ສະບັບອອກວັນທີ 04 ສິງຫາ. ທ່ານ Liam Fox ຕີລາຄາຄວາມສາມາດຕໍ່ເລື່ອງອັງກິດ ຖອນຕົວອອກຈາກອີຢູ ຫາກບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບອະນາຄົດຂອງການພົວພັນ 2 ຝ່າຍແມ່ນ 60%. ຕາມທ່ານ Liam Fox ແລ້ວ, ເລື່ອງສາມາດບັນລຸໄດ້ຂໍ້ຕົກລົງ Brexit ຫຼື ບໍ່ອີງໃສ່ຂໍ້ຕົກລົງຂອງອີຢູ.

        ຄຳຖະແຫຼງດັ່ງກ່າວຂອງທ່ານ Liam Fox ໄດ້ຍົກອອກມາໃນສະພາບທີ່ຍັງມີເວລາພຽງອີກ 8 ເດືອນ ແມ່ນຈະຮອດຈຸດເວລາອັງກິດ ຖອນຕົວອອກຈາກອີຢູ (ເດືອນ ມີນາ 2019).

ຕອບກັບ

ຂ່າວ/ບົດ​ອື່ນ