ບັນຫາ Brexit: ອັງກິດ ວາງກຳນົດເວລາໃຫ້ການເຈລະຈາກັບ ອີຢູ

(VOVWORLD) - ວັນທີ 19 ຕຸລາ, ໂຄສົກຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໃຫ້ຮູ້ວ່າ: ປະເທດນີ້ ຈະບໍ່ກັບຄືນສູ່ການເຈລະຈາດ້ານການຄ້າກັບສະຫະພາບເອີຣົບ (ອີຢູ) ໃນປີ 2021, ເນັ້ນໜັກວ່າ ບໍ່ວ່າຂໍ້ຕົກລົງສະບັບໃດໆ ກໍ່ຕ້ອງເຮັດໃຫ້ສຳເລັດໃນທ້າຍປີນີ້. 

ຖະແຫຼງການໂດຍຝ່າຍ ອັງກິດ ໄດ້ຍົກອອກມາ ພາຍຫລັງກອງປະຊຸມຄັ້ງໃໝ່ລະຫວ່າງ 2 ຝ່າຍໃນວັນທີ 19 ຕຸລາ ແນໃສ່ພະຍາຍາມແກ້ໄຂຄ້າງຄາຕັນໃນການເຈລະຈາ ພາຍຫລັງ ລອນດອນ ກ່າວເຕືອນວ່າ ຈະຖອນຕົວຕາມແບບສະເພາະຂອງຕົນໃນປີ 2021, ໂດຍບໍ່ຫົວຊາຕໍ່ບັນດາຄຳກ່າວເຕືອນກ່ຽວກັບຜົນເສຍຫາຍຂອງພື້ນຖານເສດຖະກິດທີ່ ພວມຖືກຜົນກະທົບຈາກໂລກລະບາດໂຄວິດ-19.

        ຕາມຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ ແລ້ວ, ປະຈຸບັນ ຍັງບໍ່ທັນມີພື້ນຖານທີ່ຈຳເປັນໃຫ້ແກ່ການເຊື່ອມຕໍ່ການເຈລະຈາຄືນໃໝ່ ຍ້ອນວ່າຝ່າຍ ອີຢູ ຍັງບໍ່ທັນຍົກອອກການປ່ຽນແປງສຳຄັນໃດເທື່ອ ໃນການສຳຜັດຂອງກຸ່ມນີ້ ສຳລັບບັນດາບັນຫາບໍ່ລົງລອຍກັນລະຫວ່າງ 2 ຝ່າຍ.

        ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 19 ຕຸລາ, ທ່ານ Miros Sefcovic ຮອງປະທານຄະນະກຳມະການເອີຣົບ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Michael Gove ຫົວໜ້າຫ້ອງວ່າການຄະນະລັດຖະບານ ອັງກິດ ແລະ ຍົກອອກຖະແຫຼງການທີ່ປະເອີບໃຈວ່າ 2 ຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ເພີມທະວີການເຈລະຈາຄືນໃໝ່ໃນ 2 – 3 ວັນຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ