ບັນຫາ Brexit: ອັງກິດ ແລະ ອີຢູ ຢາກໃຫ້ຂໍ້ຕົກລົງດ້ານການຄ້າມີຜົນສັກສິດຖືກຕ້ອງຕາມກຳນົດ

(VOVWORLD) -ສະພາແຫ່ງຊາດອັງກິດ ຈະປ່ອນບັດຮັບຮອງເອົາຂໍ້ຕົກລົງດ້ານການຄ້າພາຍຫຼັງ Brexit ກັບອີຢູ ໃນວັນທີ 30 ທັນວາ.

ບັນຫາ Brexit: ອັງກິດ ແລະ ອີຢູ ຢາກໃຫ້ຂໍ້ຕົກລົງດ້ານການຄ້າມີຜົນສັກສິດຖືກຕ້ອງຕາມກຳນົດ - ảnh 1ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບປະກອບ: Reuters)

ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ສະແດງຄວາມຊົມເຊີຍຕໍ່ “ຂໍ້ຕົກລົງດ້ານການຄ້າທີ່ໃຫຍ່ຫຼວງທີ່ສຸດ” ກັບສະຫະພາບເອີລົບ (ອີຢູ) ເຊິ່ງບັນລຸໄດ້ໃນວັນທີ 24 ທັນວາ, ພ້ອມທັງຖະແຫຼງວ່າ ປະເທດອັງກິດ ບັນລຸໄດ້ກົດໝາຍວ່າດ້ວຍຊາຍແດນ ແລະ ບັນດາເຂດຫາປາຄືນໃໝ່.

        ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານນາຍົກລັດຖະມົນຕີ Boris Johnson ເວົ້າວ່າ: “ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ແຈ້ງໃຫ້ພວກເພື່ອນຊາບວ່າ, ໃນຕອນບ່າຍນີ້, ພວກຂ້າພະເຈົ້າສ້າງຂໍ້ຕົກລົງດ້ານການຄ້າໃຫຍ່ຫຼວງທີ່ສຸດ, ທີ່ມີມູນຄ່າ 660 ຕື້ປອນໃນແຕ່ລະປີໄດ້ສຳເລັດ, ເຊິ່ງແມ່ນຂໍ້ຕົກລົງດ້ານການຄ້າເສລີແບບ ການາດາ ລະຫວ່າງລາຊະອານາຈັກ ອັງກິດ ແລະ ອີຢູ”.

        ສຳລັບອີຢູ, ທ່ານນາຍົກລັດຖະມົນຕີ Boris Johnson ເນັ້ນໜັກວ່າ: “ພວກຂ້າພະເຈົ້າຈະເປັນເພື່ອນມິດຂອງພວກເພື່ອນ, ເປັນປະເທດພັນທະມິດຂອງພວກເພື່ອນ, ເປັນຜູ້ສະໜັບສະໜູນພວກເພື່ອນຢ່າງແທ້ຈິງ ແລະ ຈະຈື່ຈຳວ່າ ອັງກິດ ແມ່ນຕະຫຼາດນ້ຳເປີ 1 ຂອງພວກເພື່ອນ”. ແລະ ກໍ່ຕາມທ່ານແລ້ວ, ສະພາແຫ່ງຊາດອັງກິດ ຈະປ່ອນບັດຮັບຮອງເອົາຂໍ້ຕົກລົງດ້ານການຄ້າພາຍຫຼັງ Brexit ກັບອີຢູ ໃນວັນທີ 30 ທັນວາ.

        ປະຕິກິລິຍາຕໍ່ໝາກຜົນດັ່ງກ່າວ, ການນຳຫຼາຍປະເທດໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ລະຫວ່າງອັງກິດ ແລະ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ