ບັນຫາ Brexit: ອັງກິດກຽມພ້ອມຕໍ່ກໍລະນີບໍ່ບັນລຸໄດ້ຂໍ້ຕົກລົງກັບອີຢູ

(VOVWORLD) -ເລື່ອງບັນລຸໄດ້ຂໍ້ຕົກລົງກັບສະຫະພາບເອີລົບ (ອີຢູ) ອາດຈະເກີດຂຶ້ນພາຍຫຼັງບັນດາຮອບເຈລະຈາກ່ຽວກັບເລື່ອງອັງກິດ ຖອນອອກຈາກອີຢູ ຫຼື ເອີ້ນວ່າ Brexit, ແຕ່ລອນດອນ ໄດ້ກຽມພ້ອມຕໍ່ກໍລະນີບໍ່ບັນລຸໄດ້ຂໍ້ຕົກລົງໃດໆກັບກຸ່ມນີ້.

ບັນຫາ Brexit: ອັງກິດກຽມພ້ອມຕໍ່ກໍລະນີບໍ່ບັນລຸໄດ້ຂໍ້ຕົກລົງກັບອີຢູ - ảnh 1 ທ່ານລັດຖະມົນຕີຮັບຜິດຊອບບັນຫາ Brexit ຂອງອັງກິດ David Davis

(ພາບ: AFP/TTXVN)

 ນີ້ແມ່ນຄຳຖະແຫຼງຂອງທ່ານລັດຖະມົນຕີຮັບຜິດຊອບບັນຫາ Brexit ຂອງອັງກິດ David Davis ຍົກອອກມາ ໃນວັນທີ 21 ພະຈິກ ໃນບົດກ່າວປາໄສສະບັບໜຶ່ງຢູ່ນະຄອນຫຼວງ ລອນດອນ, ປະເທດອັງກິດ. ຕາມທ່ານລັດຖະມົນຕີ David Davis ແລ້ວ, ເລື່ອງບັນລຸໄດ້ຂໍ້ຕົກລົງກັບອີຢູ ບໍ່ພຽງແຕ່ແມ່ນໝາກຜົນທີ່ອາດຈະເກີດຂຶ້ນເທົ່ານັ້ນ ຫາກຍັງແມ່ນຜົນງານດີທີ່ສຸດສຳລັບອັງກິດ. ເຖິງຢ່າງໃດກໍ່ຕາມ, ດ້ວຍຖານະເປັນລັດຖະບານມີຄວາມຮັບຜິດຊອບ, ລອນດອນ ຈະສ້າງທຸກແຜນການເພື່ອຮັບມືກັບທຸກກໍລະນີທີ່ອາດຈະເກີດຂຶ້ນໂດຍບັງເອີ້ນ. ຕາມນັ້ນແລ້ວ, ໃນໄລຍະຜ່ານມາ, ທຸກອົງການຂອງອັງກິດ ໄດ້ກະກຽມແຜນການເພື່ອສາມາດຮັບມືຢ່າງມີໄຫວພິບກໍລະນີບັນລຸໄດ້ຂໍ້ຕົກລົງ ກໍຄືທັງເລື່ອງລອນດອນ ຈະຖອນອອກຈາກອີຢູ ເຊິ່ງບໍ່ບັນລຸໄດ້ບໍ່ວ່າຂໍ້ຕົກລົງໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ