ບັນຫາ Brexit: ອັງກິດຢາກນຳບັນດາການບໍລິການດ້ານການເງິນເຂົ້າໃນຂໍ້ຕົກລົງດ້ານການຄ້າກັບອີຢູ

(VOVWORLD) -ອັງກິດຢາກນຳບັນດາການບໍລິການດ້ານການເງິນເຂົ້າໃນຂໍ້ຕົກລົງດ້ານການຄ້າກັບສະຫະພາບເອີລົບ (ອີຢູ) ເຊິ່ງເຄີຍໄດ້ຮັບການຄາດຄະເນວ່າ ຈະກວມລວມທຸກຂົງເຂດເສດຖະກິດ.

ບັນຫາ Brexit: ອັງກິດຢາກນຳບັນດາການບໍລິການດ້ານການເງິນເຂົ້າໃນຂໍ້ຕົກລົງດ້ານການຄ້າກັບອີຢູ - ảnh 1 ທ່ານລັດຖະມົນຕີຜູ້ຮັບຜິດຊອບບັນຫາ Brexit ຂອງອັງກິດ David Davis

(ພາບປະກອບ: AP)

ຕາມໜັງສືພິມລາຍວັນ Telegraph ແລ້ວ, ວັນທີ 02 ມັງກອນ, ທ່ານລັດຖະມົນຕີຜູ້ຮັບຜິດຊອບບັນຫາ Brexit ຂອງອັງກິດ David Davis ໃຫ້ຮູ້ວ່າ, ອັງກິດ ພວມພິຈາລະນາທຸກຄວາມສາມາດໃນການຮ່ວມມືດ້ານເສດຖະກິດລະຫວ່າງປະເທດນີ້ກັບອີຢູ, ພ້ອມທັງຢືນຢັນວິທີຮັກສາການຮ່ວມມືດັ່ງກ່າວໄປຄຽງຄູ່ກັບບັນດາຮົ້ວກີດຂວາງ ແລະ ຄວາມບໍ່ລົງລອຍກັນໃຫ້ຢູ່ໃນລະດັບຕ່ຳສຸດ. ຕາມທ່ານ David Davis ແລ້ວ, ການເພີ່ມທະວີການຮ່ວມມືລະຫວ່າງອັງກິດ ແລະ ອີຢູ ບໍ່ຕ້ອງການປ່ຽນແປງເມື່ອອັງກິດ ຖອນອອກຈາກອີຢູ ຮອດເວລາໃດການຮ່ວມມືນັ້ນຖືກເຂົ້າໃຈວ່າ ເປັນການເຮັດວຽກຮ່ວມກັນ ຫາກບໍ່ແມ່ນຍາດສິດຄວບຄຸມ. ສະນັ້ນ, ທ່ານ Davis ຖືວ່າ, ບັນດາຂໍ້ກຳນົດໃນຂໍ້ຕົກລົງດ້ານການຄ້າລະຫວ່າງອັງກິດ ແລະ ອີຢູ ກ່ຽວກັບສິນຄ້າອາດຈະນຳໃຊ້ສຳລັບຂົງເຂດການບໍລິການ.

ຕອບກັບ

ຂ່າວ/ບົດ​ອື່ນ