ບັນຫາ Brexit: ອີຢູ ຍົກອອກກຳນົດເວລາສຸດທ້າຍສຳລັບນາຍົກລັດຖະມົນຕີ ອັງກິດ

(VOVWORLD) - 2 ຝ່າຍຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງ ແລະ ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະຕ້ອນຮັບທ່ານນາງນາຍົກລັດຖະມົນຕີ Theresa May ໃນບໍ່ວ່າໄລຍະເວລາໃດໆ ເມື່ອໄດ້ກຽມພ້ອມແລ້ວ”.
ບັນຫາ Brexit: ອີຢູ ຍົກອອກກຳນົດເວລາສຸດທ້າຍສຳລັບນາຍົກລັດຖະມົນຕີ ອັງກິດ - ảnh 1ທ່ານ Margaritis Schinas, ໂຄສົກຂອງປະທານຄະນະກຳມະການ ເອີຣົບ (EC)  (ພາບ:Politico Europe)

ວັນທີ 07 ທັນວາ, ຄະນະກຳມະການ ເອີຣົບ (EC) ໃຫ້ຮູ້ວ່າ: ປັດຈຸບັນ ອັງກິດ ແລະ EC ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງ ເພື່ອໃຫ້ 2 ຝ່າຍສາມາດກ້າວໄປເຖິງໄລຍະເຈລະຈາຕໍ່ໄປກ່ຽວກັບເລື່ອງ ອັງກິດ ຖອນອອກຈາກ ອີຢູ, ຫຼື ເອີ້ນວ່າ Brexit ແລະ ກຳນົດວັນທີ 10 ທັນວາ ຈະ ແມ່ນເວລາສຸດທ້າຍ ເພື່ອໃຫ້ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ກັບຄືນ ເບີຣຸກແຊນ ດ້ວຍຂໍ້ຕົກລົງທີ່ສາມາດຮັບຮູ້ໄດ້.

        ເມື່ອຕອບສຳພາດຕໍ່ວົງການສື່ມວນຊົນ, ທ່ານ Margaritis Schinas, ໂຄສົກຂອງປະທານຄະນະກຳມະການ ເອີຣົບ (EC) Jean-Claude Juncker ເນັ້ນໜັກວ່າ: “2 ຝ່າຍຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງ ແລະ ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະຕ້ອນຮັບທ່ານນາງນາຍົກລັດຖະມົນຕີ Theresa May ໃນບໍ່ວ່າໄລຍະເວລາໃດໆ ເມື່ອໄດ້ກຽມພ້ອມແລ້ວ”. ເຖິງຢ່າງໃດກໍ່ຕາມ, ທ່ານ Schinas ເພື່ອປະຕິເສດບັນດາແຫຼ່ງຂ່າວທີ່ຖືວ່າ: ໄລຍະເວລາສຸດທ້າຍ ອາດຈະໂຈະໄວ້ເຖິງອາທິດໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ