ບັນຫາ Brexit: ອະນາຄົດຂອງສູນການເງິນ ລອນດອນ ຍັງບໍ່ທັນໝັ້ນຄົງເທື່ອ

(VOVWORLD) - ວຽກງານນັບພັນຢ່າງໃນຂົງເຂດການເງິນ ຈະຫລຸດພົ້ນອອກຈາກການຄຸ້ມຄອງຂອງປະເທດນີ້ພາຍຫຼັງ Brexit. 

ບັນຫາ Brexit: ອະນາຄົດຂອງສູນການເງິນ ລອນດອນ ຍັງບໍ່ທັນໝັ້ນຄົງເທື່ອ - ảnh 1

 ທ່ານ John Glen, ລັດຖະມົນຕີບໍລິການການເງິນ ອັງກິດ

(ພາບ: : heraldscotland.com)

ວັນທີ 10 ຕຸລາ, ທ່ານ John Glen, ລັດຖະມົນຕີບໍລິການການເງິນ ອັງກິດ ໄດ້ຢັ້ງຢືນວ່າ: ຈະມານະພະຍາຍາມເພື່ອຮັບປະກັນການຮັກສາທີ່ຕັ້ງບົດບາດຂອງສູນການເງິນ ລອນດອນ ພາຍຫຼັງ ອັງກິດ ຖອນຕົວອອກຈາກສະຫະພາບ ເອີລົບ (EU) - ຫຼືເອີ້ນວ່າ Brexit, ໂດຍບໍ່ຫົວຊາຕໍ່ບັນດາບົດລາຍງານທີ່ສະແດງໃຫ້ເຫັນວ່າ: ວຽກງານນັບພັນຢ່າງໃນຂົງເຂດການເງິນ ຈະຫລຸດພົ້ນອອກຈາກການຄຸ້ມຄອງຂອງປະເທດນີ້ພາຍຫຼັງ Brexit. ກ່າວຄຳເຫັນຕໍ່ສະພາຕ່ຳ ອັງກິດ, ທ່ານ Glen ຮັບຮູ້ຄວາມເຫັນດີເຫັນພ້ອມຕໍ່ລະດັບການຄາດຄະເນຂອງທະນາຄານສູນກາງຂອງປະເທດນີ້ (BoE) ທີ່ວ່າ ມີວຽກເຮັດງານທຳປະມານ 5.000 ວຽກໃນຂົງເຂດການບໍລິການການເງິນຈະໄດ້ຫັນປ່ຽນຈາກ ອັງກິດ ໄປສູ່ບັນດາປະເທດອື່ນໃນ EU ເມື່ອ ອັງກິດ ຖອນຕົວອອກຈາກກຸ່ມນີ້ຢ່າງເປັນທາງການໃນເດືອນມີນາ 2019. ແຕ່ທ່ານກໍ່ຢັ້ງຢືນວ່າ ເປົ້າໝາຍໜຶ່ງດຽວຂອງຄະນະຄຸ້ມຄອງການເງິນສູນກາງລອນດອນໃນຈຸດເວລານີ້ແມ່ນຮັບປະກັນຮັກສາມູນຄ່າເສດຖະກິດໂດຍສູນນີ້ສ້າງອອກມາຍິ່ງຫຼາຍກໍ່ຍິ່ງດີ. ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ: ອັງກິດ ແລະ EU ຈະເປັນເອກະພາບໃນຂໍ້ຕົກລົງ, ໃນນັ້ນມີມາດຕາກ່ຽວກັບໄລຍະຂ້າມຜ່ານແຕ່ເດືອນມີນາ ຈະມາເຖິງເພື່ອແນໃສ່ຮັບປະກັນໃຫ້ Brexit ໄດ້ດຳເນີນໄປຕາມຂັ້ນຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ