ບັນຫາ Brexit: ເຈລະຈາບັນລຸຄວາມຄືບໜ້າແຕ່ຍັງບໍ່ທັນພຽງພໍເພື່ອຫັນໄປສູ່ໄລຍະທີ 2

(VOVWORLD) -ວັນທີ 28 ກັນຍາ, ທີ່ການປະຊຸມຂ່າວສິ້ນສຸດຮອບເຈລະຈາຄັ້ງທີ 4 ກ່ຽວກັບເລື່ອງອັງກິດ ຖອນອອກຈາກສະຫະພາບເອີລົບ (ອີຢູ) ຫຼືເອີ້ນວ່າ Brexit, ບັນດາຫົວໜ້າຄະນະເຈລະຈາຂອງອັງກິດ ແລະ ອີຢູ ໃຫ້ຮູ້ວ່າ

ບັນຫາ Brexit: ເຈລະຈາບັນລຸຄວາມຄືບໜ້າແຕ່ຍັງບໍ່ທັນພຽງພໍເພື່ອຫັນໄປສູ່ໄລຍະທີ 2 - ảnh 1 ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May

(ພາບ: AFP/TTXVN)

2 ຝ່າຍບັນລຸໄດ້ຄວາມຄືບໜ້າກ່ຽວກັບບັນດາບັນຫາຫຼັກແຫຼ່ງ, ແຕ່ຍັງບໍ່ທັນແມ່ນ “ຄວາມຄືບໜ້າຢ່າງພຽງພໍ” ຕາມຄວາມຮຽກຮ້ອງຕ້ອງການຂອງອີຢູ ເທື່ອ ເພື່ອສາມາດຫັນໄປສູ່ໄລຍະຕໍ່ໄປ. ທ່ານ Michel Barnier, ຫົວໜ້າຄະນະເຈລະຈາອີຢູ ກ່ຽວກັບ Brexit ຕີລາຄາວ່າ “ກຳລັງໜູນໃໝ່” ໄດ້ເປີດອອກໃນຮອບເຈລະຈາຄັ້ງທີ 4 ນີ້, ພາຍຫຼັງບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີອັງກິດ Therea May ທີ່ສະເໜີໃນວັນທີ 22 ກັນຍາຜ່ານມາ. ທ່ານ Barnier ເນັ້ນໜັກວ່າ, ເຖິງວ່າອີຢູ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບບັນດາເນື້ອໃນຂອງທ່ານນາງນາຍົກລັດຖະມົນຕີອັງກິດ ໄດ້ເຕື້ອງເຖິງກໍ່ຕາມ, ບັນດາຝ່າຍຍັງມີວຽກງານຫຼາຍຢ່າງຕ້ອງເຮັດ. ທ່ານ Barnier ໃຫ້ຮູ້ວ່າ, ຈະຕ້ອງເສຍເວລາ 2-3 ອາທິດຕື່ມອີກ, ຊ້ຳບໍ່ໜຳແມ່ນ 2-3 ເດືອນເພື່ອໃຫ້ການເຈລະຈາອາດຈະບັນລຸບັນດາ “ຄວາມຄືບໜ້າຢ່າງພຽງພໍ” ກ່ຽວກັບເລື່ອງອັງກິດ ຖອນອອກຈາກອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ