ບັນຫາ Brexit: ​ເຈົ້າໜ້າທີ່​ເອີຣົບ ຮຽກຮ້ອງ ອັງກິດ ​ເຮັດ​ແຈ້ງ​ທັດສະນະຂອງ​ຕົນ

(VOVWORLD) - “ພວກຂ້າພະເຈົ້າສືບຕໍ່ຮຽກຮ້ອງໃຫ້ ລັດຖະບານ ອັງກິດ ເຮັດແຈ້ງບັນດາເຈດຈໍານົງຂອງຕົນ ທີ່ກ່ຽວຂ້ອງເຖິງບາດກ້າວເດີນຕໍ່ໄປ ຍິ່ງໄວກໍຍິ່ງດີ”.

ວັນທີ 30 ມັງກອນ, ທ່ານຮອງປະທານຄະນະກໍາມະການເອີຣົບ Frans Timmerman ໃຫ້ຮູ້ວ່າ ສະຫະພາບເອີຣົບ (ອີຢູ) ຮຽກຮ້ອງໃຫ້ ອັງກິດເຮັດແຈ້ງບັນດາຂັ້ນຕອນຕໍ່ໄປ ກ່ຽວກັບ Brexit (ອັງກິດ ຖອນຕົວອອກຈາກ ອີຢູ). ກ່າວຄໍາເຫັນທີ່ການຖະແຫຼງຂ່າວ ຢູ່ ບຣຸກແຊນ ປະເທດແບນຊິກ, ທ່ານ Timmerman ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າສືບຕໍ່ຮຽກຮ້ອງໃຫ້ ລັດຖະບານ ອັງກິດ ເຮັດແຈ້ງບັນດາເຈດຈໍານົງຂອງຕົນ ທີ່ກ່ຽວຂ້ອງເຖິງບາດກ້າວເດີນຕໍ່ໄປ ຍິ່ງໄວກໍຍິ່ງດີ”.

        ກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Maas ໃຫ້ຮູ້ວ່າ: “ອັງກິດ ຄວນເຮັດແຈ້ງສິ່ງທີ່ຕົນປາດຖະໜາໂດຍໄວ ເພາະວ່າ ເວລາຍັງບໍ່ຫຼາຍ”.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອຽກລັງ Simon Coveney ໃຫ້ຮູ້ວ່າ ມີບັນດາກົນໄກເພື່ອຫຼີກລ້ຽງສິ່ງທ້າທາຍ ເຊິ່ງທ່ານນາງ Theresa May ພວມຕ້ອງປະເຊີນໜ້າ, ແຕ່ເສັ້ນທາງໜຶ່ງດຽວແມ່ນ ຮັບຮອງເອົາຖະແຫຼງການສໍາຮອງດ້ານການເມືອງ ກ່ຽວກັບ ການພົວພັນລະຫວ່າງ ອັງກິດ - ອີຢູ ໃນອະນາຄົດ ເພື່ອແນໃສ່ລົບລ້າງບັນດາຄວາມວິຕົກກັງວົນກ່ຽວກັບ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ