ບັນຫາຊາວອົບພະຍົບ: ສປຊຮຽກຮ້ອງສະກັດກັ້ນໂສກນາດຕະກຳເກິດຂຶ້ນຄືນໃຫມ່ຢູ່ທະເລເມດີຕາລາເນ

(VOVWORLD) -ວັນທີ 19 ມັງກອນ ທ່ານ Filippo Grandi ຂ້າຫລວງໃຫຍ່ ສປຊ ກ່ຽວກັບຊາວອົບພະຍົບ (UNHCR) ໄດ້ຮຽກຮ້ອງປະຊາຄົມສາກົນ ຄວນມີມາດຕະການເພື່ອສະກັດກັ້ນບໍ່ປະໃຫ້ໂສກນາດຕະກຳເກີດຂຶ້ນຄືນໃຫມ່ຢູ່ທະເລເມດີຕາລາເນ.

ບັນຫາຊາວອົບພະຍົບ: ສປຊຮຽກຮ້ອງສະກັດກັ້ນໂສກນາດຕະກຳເກິດຂຶ້ນຄືນໃຫມ່ຢູ່ທະເລເມດີຕາລາເນ - ảnh 1ຊາວອົບພພະຍົບໄດ້ກູ້ເອົາຊີວິດຢູ່ທະເລ ເມດີຕາລາເນ

ພາບ:TTXVN

ຄຳຮຽກຮ້ອງດັ່ງກ່າວໂດຍ   UNHCR ຍົກອອກມາໃນສະພາບຫາກໍ່ເກີດເຫດກຳປັ່ນຈົມນ້ຳ 2 ຄັ້ງຢູ່ ທະເລເມດີຕາລາເນ ເຮັດໃຫ້ ຊາວອົບພະຍົບ 170 ຄົນຖືກເສຍຊີວິດ ແລະ ຫາຍສາບສູນ. ຕາມ UNHCR ແລ້ວ, ພາຍຫລັງເກີດອຸບັດຕິເຫດ, ແອດສະປາຍ ແລະ  ມາຣົກ ໄດ້ສົ່ງບັນດາກຳປັ່ນກູ້ໄພກູ້ຊີບເພື່ອຊອກຫາກຳປັ່ນຈົມນ້ຳ ແລະ ກູ້ເອົາຊີວິດຜູ້ຖືກເຄາະຮ້າຍໃນເວລາຫລາຍມື້ ແຕ່ບໍ່ໄດ້ຮັບຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ