ບັນ​ຫາ​ຊາວ​ອົບ​ພະ​ຍົບ: ເກຼັກ ປະ​ກາດຫຼຸດ​ຜ່ອນ​ການ​ຊ່ວຍ​ໜູນ​ໃຫ້​ແກ່​ຊາວ​ລີ້​ໄພ

(VOVWORLD) -Athens ຈະຊ່ວຍໜູນຊາວລີ້ໄພຢ່າງຖືກຕ້ອງຕາມກົດໝາຍໃນຮອບເວລາແຕ່ 2 ຫາ 3 ເດືອນ, ຫຼັງຈາກນັ້ນ ຈະຫຼຸດຜ່ອນສະຫວັດດີການ ກໍຄືບ່ອນຢູ່ ຍ້ອນບັນດາມາດຕະການຊ່ວຍໜູນຂອງລັດຖະບານເກຼັກ ພວມຖືກຊາວລີ້ໄພສວຍໃຊ້ ເພື່ອຫາວິທີເຂົ້າເມືອງປະເທດນີ້. 
ບັນ​ຫາ​ຊາວ​ອົບ​ພະ​ຍົບ: ເກຼັກ ປະ​ກາດຫຼຸດ​ຜ່ອນ​ການ​ຊ່ວຍ​ໜູນ​ໃຫ້​ແກ່​ຊາວ​ລີ້​ໄພ - ảnh 1ຊາວລີ້ໄພ ຊີຣີ ຢູ່ ຕວັກກີ  (ພາບ:  AFP/TTXVN)

        ເກຼັກ ໄດ້ປະກາດວ່າ ນັບແຕ່ກາງເດືອນມີນານີ້ ຈະຫຼຸດຜ່ອນການຊ່ວຍໜູນດ້ານການເງິນໃຫ້ແກ່ຊາວລີ້ໄພ, ໃນສະພາວະທີ່ Athens ພວມປະສົບກັບບັນຫານີ້ເກີນຂອບເຂດ. ທ່ານລັດຖະມົນຕີກະຊວງອົບພະຍົບ ແລະ ພັກອາໄສ ເກຼັກ Notis Mitarakis ໃຫ້ຮູ້ວ່າ Athens ຈະຊ່ວຍໜູນຊາວລີ້ໄພຢ່າງຖືກຕ້ອງຕາມກົດໝາຍໃນຮອບເວລາແຕ່ 2 ຫາ 3 ເດືອນ, ຫຼັງຈາກນັ້ນ ຈະຫຼຸດຜ່ອນສະຫວັດດີການ ກໍຄືບ່ອນຢູ່ ຍ້ອນບັນດາມາດຕະການຊ່ວຍໜູນຂອງລັດຖະບານເກຼັກ ພວມຖືກຊາວລີ້ໄພສວຍໃຊ້ ເພື່ອຫາວິທີເຂົ້າເມືອງປະເທດນີ້. ທ່ານ Mitarakis ໄດ້ຊີ້ແຈ້ງວ່າ ພາຍຫຼັງທີ່ຫຼຸດຜ່ອນສະຫວັດດີການ, ຊາວລີ້ໄພຈະຕ້ອງໄປຫາວຽກເຮັດງານທຳເອງ ແລະ ນອກຈາກບັນດາໂຄງການຊ່ວຍໜູນໂດຍພື້ນຖານແລ້ວ ຈະບໍ່ມີການຊ່ວຍໜູນດ້ານການເງິນອີກປະການໃດ.

        ຕາມຫ້ອງການຂ້າຫຼວງໃຫຍ່ ສປຊ ກ່ຽວກັບຊາວລີ້ໄພແລ້ວ, ປັດຈຸບັນມີຊາວລີ້ໄພປະມານ 116.000 ຄົນ ພວມອາໄສຢູ່ ເກຼັກ.


ຕອບກັບ

ຂ່າວ/ບົດ​ອື່ນ