ບັນຫາຕ້ານການກໍ່ການຮ້າຍ: 6 ປະເທດອາຊຽນເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ

(VOVWORLD) - ວັນທີ 25 ມັງກອນ, 6 ປະເທດສະມາຊິກອາຊຽນ ລວມມີ: ອິນໂດເນເຊຍ, ມາເລເຊຍ, ສິງກະໂປ, ຟີລິບປິນ, ໄທ ແລະ ບຣຸໄນ ໄດ້ເຫັນດີສົມທົບກັນ ແລະ ຮ່ວມມືແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຕ້ານລັດທິກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງໃນພາກພື້ນ.
ບັນຫາຕ້ານການກໍ່ການຮ້າຍ: 6 ປະເທດອາຊຽນເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ - ảnh 1 (ພາບປະກອບ: AFP/TTXVN)

ພິທີເລີ່ມດຳເນີນລາຍການຮ່ວມມືທີ່ມີຊື່ວ່າ “Our Eye” (ຄູຕາຂອງພວກເຮົາ) ໄດ້ດຳເນີນຢູ່ Nusa Dua ໃນເກາະ ບາລີ, ປະເທດອິນໂດເນເຊຍ. ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ Ryamizard Ryacudu ເນັ້ນໜັກວ່າ, ແຕ່ລະປະເທດລ້ວນແຕ່ມີວິທີສະເພາະເພື່ອຮັບມືກັບໄພນາບຂູ່, ສະນັ້ນ, ບັນດາປະເທດຄວນຮ່ວມມືກັນ, ສົມທົບກັນເພື່ອຮັກສາຂໍ້ມູນຂ່າວສານຍຸດທະສາດ. ທ່ານ Ryacudu ຢືນຢັນວ່າ, ການສົມທົບກັນດັ່ງກ່າວ ຈະຊ່ວຍໃຫ້ລັດຖະບານບັນດາປະເທດ ຍົກອອກບັນດາຂໍ້ຕົກລົງຕ້ານຄືນບັນດາໄພນາບຂູ່ ໂດຍອີງໃສ່ການຄາດຄະເນ ແລະ ສົມໝຸດຖານທີ່ມີລະດັບຊັດເຈນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ