ບັນຫາຕ້ານການກໍ່ການຮ້າຍ: IS ຢັ້ງຢືນເລື່ອງຫົວໜ້າ al Baghdadi ເສຍຊີວິດ

(VOVWORLD) -ວັນທີ 31 ຕຸລາ, ອົງການກໍ່ການຮ້າຍ IS ຢັ້ງຢືນຂໍ້ມູນທີ່ວ່າ, ຫົວໜ້າຂອງອົງການນີ້ແມ່ນ Abu Bakr al Baghdadi ແລະ ໂຄສົກ Abu al Hassan al Muhajir ເສຍຊີວິດໃນການບຸກໂຈມຕີຂອງກຳລັງທະຫານພິເສດອາເມລິກາ ຢູ່ຊີຣີ ໃນທ້າຍອາທິດຜ່ານມາ.

IS ກໍ່ແຈ້ງວ່າ ໄດ້ເລືອກເອົາ Ibrahim al Quraishi ເປັນຫົວໜ້າຄົນໃໝ່ຂອງອົງການນີ້. ແຈ້ງການດັ່ງກ່າວຂອງ IS ໄດ້ຍົກອອກມາຜ່ານສຳນັກຂ່າວສານ Amaq ຂອງກຸ່ມນີ້ ແລະ ປະກາດຫຼັງຈາກນັ້ນ 1 ວັນ ພາຍຫຼັງທີ່ກະຊວງປ້ອງກັນປະເທດອາເມລິກາ ປະກາດບັນດາພາບຖ່າຍທຳອິດກ່ຽວກັບເຫດບຸກໂຈມຕີດັບສູນ Abu Bakr al Baghdadi.

ຕອບກັບ

ຂ່າວ/ບົດ​ອື່ນ