ບັນຫາທະເລຕາເວັນອອກດຶງດູດຄວາມສົນໃຈຢູ່ AMM 52

(VOVWORLD) -ກ່ຽວກັບເລື່ອງກ່ຳປັ່ນສຳຫຼວດທໍລະນີສາດ ໄຮຢາງ 8 ຂອງຈີນ ພ້ອມກັບບັນດາເຮືອຮົບເຄື່ອນໄຫວຢູ່ໃນເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ, ລະເມີດອະທິປະໄຕ, ອຳນາດອະທິປະໄຕຂອງຫວຽດນາມ

ບັນຫາທະເລຕາເວັນອອກດຶງດູດຄວາມສົນໃຈຢູ່ AMM 52 - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ, ຫົວໜ້າ SOM ASEAN ຫວຽດນາມ

(ພາບປະກອບ: dangcongsan.vn)

ບັນຫາທະເລຕາເວັນອອກດຶງດູດຄວາມສົນໃຈຢູ່ AMM 52, ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ, ຫົວໜ້າ SOM ASEAN ຫວຽດນາມ ກັບສື່ມວນຊົນ ເນື່ອງໃນໂອກາດສິ້ນສຸດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ດຳເນີນຢູ່ບາງກອກ, ປະເທດໄທ ໃນລະຫວ່າງວັນທີ 29 ກໍລະກົດ - 03 ສິງຫາ.

        ຕາມທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ແລ້ວ, ກ່ຽວກັບເລື່ອງກ່ຳປັ່ນສຳຫຼວດທໍລະນີສາດ ໄຮຢາງ 8 ຂອງຈີນ ພ້ອມກັບບັນດາເຮືອຮົບເຄື່ອນໄຫວຢູ່ໃນເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ, ລະເມີດອະທິປະໄຕ, ອຳນາດອະທິປະໄຕຂອງຫວຽດນາມ, ໄດ້ດຶງດູດຄວາມສົນໃຈຈາກບັນດາປະເທດ. ລັດຖະມົນຕີຫຼາຍທ່ານໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ. ທຸກປະເທດລ້ວນແຕ່ກ່າວປາໄສເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ຮຽກຮ້ອງເຄົາລົບກົດໝາຍສາກົນ. ຄຳກ່າວປາໄສຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ທີ່ກອງປະຊຸມກ່ຽວກັບບັນຫານີ້ແມ່ນກົງໄປກົງມາ, ສຸດອົກສຸດໃຈ, ບົນພື້ນຖານສ້າງສັນ ແລະ ມິດຕະພາບ. ສະນັ້ນໄດ້ຮັບການແບ່ງປັນ ແລະ ສະໜັບສະໜູນຈາກຫຼາຍປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ