ບັນຫາທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂຕາມກົດໝາຍສາກົນ

ບັນຫາທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂຕາມກົດໝາຍສາກົນ - ảnh 1
ທ່ານ Fumio Kishida ​ພົບ​ປະເຈລະຈາ​ກັບ​ທ່ານ​ Stephane Dion
(ພາບ: The Canadian Press)

(vovworld) – ​ ​ວັນ​ທີ 12/02, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ມີ​ການ​ພົບ​ປະເຈລະຈາ​ກັບ​ທ່ານ​ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ກາ​ນາ​ດາ Stephane Dion ຢູ່ Ottawa ​ໃນ​ການ​ຢ້ຽມຢາມ​ປະ​ເທດ​ນີ້. ທີ່​ການ​ພົບ​ປະ​ເຈລະຈາ, ລັດຖະມົນຕີ 2 ທ່ານ​ເຫັນ​ດີ​ເປັນ​ເອກະ​ພາບຈະ​ຮ່ວມ​ມື​​ໃນຫລາຍ​ບັນຫາ ​ໃນ​ນັ້ນ​ ມີບັນຫາ​ຮັບ​ມື​ກັບ​ການ​ພັດທະນາ​ອາວຸດ​ນິວ​ເຄຼຍ, ການ​ກະທຳ​ກໍ່ສ້າງ​ເກາະ​ທຽ​ມຂອງ​ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ລັດຖະມົນຕີ 2 ທ່ານ​ເນັ້ນ​ໜັກ​ວ່າ: ການ​ຮ່ວມ​ມື​ລວມຂອງ ຍີ່​ປຸ່ນ ​ແລະ ກາ​ນາ​ດາ ສຳລັບ​ບັນດາການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ ​ເຮັດ​ໃຫ້​ສະພາບ​ການ​​ຢູ່​​ທະ​ເລ​ຕາ​ເວັນ​ອອກປ່ຽນ​ແປງ. ລັດຖະມົນຕີ 2 ທ່ານ​ກໍ່ຮັບ​ຮູ້​ຄືນ​ໃໝ່​ລັກສະນະຈຳ​ເປັນ​ຕ້ອງຮັກສາຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ການ​ເດີນ​ທະ​ເລ ອີງ​ຕາມ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວກັບ​ກົດ​ໝາຍວ່າ​ດ້ວຍ​ການ​ເດີ​ນທະ​ເລ (UNCLOS). ລັດຖະມົນຕີ 2 ທ່ານ​ກໍ່​ເນັ້ນ​ໜັກ​ວ່າ: ບັນດາ​ການ​ຂັດ​​ແຍ້​ງກັນ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ, ຫລີກ​ລ້ຽງການ​ກໍ່​ຄວາມດັນ ​ແລະ ນາບ​ຂູ່​ກັນ.

ຂ່າວ/ບົດ​ອື່ນ