ບັນຫາທະເລຕາເວັນອອກຖືກເຕື້ອງເຖິງໃນການພົບປະລະຫວ່າງບັນດາເອກອັກຄະລັດຖະທູດອາຊີ-ປາຊີຟິກ

ບັນຫາທະເລຕາເວັນອອກຖືກເຕື້ອງເຖິງໃນການພົບປະລະຫວ່າງບັນດາເອກອັກຄະລັດຖະທູດອາຊີ-ປາຊີຟິກ - ảnh 1
ຈີນຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ
ແລະ ເຂດໄຫລ່ທະວີບຂອງຫວຽດນາມ


(vovworld)- ວັນ​ທີ 17/6, ທ່ານ ຟ້າ​ມ​ແຊງ​ເຈົາ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາຊະ​ອານາຈັກ ​ແບນ​ຊີກ ​ໄດ້​ເປັ​ນ​ເຈົ້າ​ພາບ​ການ​ພົບ​ປະ​ສັງ​ສັນ​ນັດ​ສາມັນ​ລະຫວ່າງ​ກຸ່ມ​ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດອາຊີ-ປາຊີ​ຟິກກັບ​ ຮອງ​ນາຍົກ

ລັດຖະມົນຕີ,​ ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແບນ​ຊີກ, ທ່ານ Didier Reynders. ທີ່​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​​ຕີ​ລາຄາ​ກ່ຽວ​ກັບ​ການ​​ຜັນ​ແປຂອງ​ສະພາບ​ການ​ຢູ່​ພາກ​ພື້ນ ພ້ອມ​ທັງ​ແລກປ່ຽນ​ບັນດາ​ມາດ​ຕະການ​ເພື່ອ​ເປີ​ດກວ້າງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນດາທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແບນ​ຊີກ ລ້ວນ​ແຕ່ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ປາດຖະຫນາ ຢາກ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ໂດຍ​ສັນຕິ​ວິທີ, ສອດ​ຄ່ອງ​ກັບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ