ບັນຫາບຸລິມະສິດໃນປະຈຸບັນຢູ່ຊີຣີແມ່ນຕ້ານອົງການລັດອິດສະລາມ(IS)ອ້າງຊື່ເອງ

ບັນຫາບຸລິມະສິດໃນປະຈຸບັນຢູ່ຊີຣີແມ່ນຕ້ານອົງການລັດອິດສະລາມ(IS)ອ້າງຊື່ເອງ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov
(ພາບ​ປະ​ກອບອີນ​ເຕີ​ແນັດ)


(vovworld) – ວັນ​ທີ 19/11, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov ຖະ​ແຫຼງວ່າ, ບັນ​ດາ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່​ປາ​ຣີ, ປະ​ເທດ​ຝ​ລັ່ງ ໄດ້​ຊ່ວຍ​ໃຫ້​ຝ່າຍ​ຕາ​ເວັນ​ຕ​ົກ ເຂົ້າ​ໃຈ​ໄດ້​ວ່າ, ບັນ​ຫາ​ບຸ​ລິ​ມະ​ສິດ​ໃນ​ປະ​ຈຸ​ບັນ​ຢູ່​ຊີ​ຣີ ແລະ ຕ້ານ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ​ອ້າງ​ຊື່​ເອງ, ຫາກບໍ່​ແມ່ນ​ຊອ​ກ​ຫາ​ວິ​ທີ​ໂ​ຄ່ນ​ລົ້ມອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທ​ິ​ບໍ​ດີ Bashar al Assad. ຕາມ​ບັນ​ດາ​ສຳ​ນັກ​ຂ່າວ​ສານ​ລັດ​ເຊຍ ແລ້ວ, ທ່ານ​ລັດ​ຖະ​ມົນ​ຕີ Lavrov ຍັງ​ຢືນ​ຢັນ​ຄືນ​ໃໝ່​ຫຼັກ​ໝັ້ນ​ຂອງ​ມົດ​ສະ​ກູ ໂດຍ​ຖື​ວ່າ, ບໍ່​ວ່າ​ວິ​ທີ​ແກ້​ໄຂວິ​ກິດ​ການ​ຊີ​ຣີ ໂດຍ​ສັ​ນ​ຕິ​ໃດ​ໆ​ກໍ​ຕ້ອງມີ​ທ່ານ Assad, ເຊິ່ງ​ເປັນ​ຜູ້​ທີ່​ທ່ານ​ຖື​ວ່າ​ແມ່ນ​ຜູ້​ຕາງ​ໜ້າ​ໃຫ້​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຊີ​ຣີ.

ຂ່າວ/ບົດ​ອື່ນ