ບັນຫາຫນິ້ສິນ ຂອງເກຼັກ

ລັດຖະບານ ​ເກຼັກ ​ແລະ ບັນດາ​ທະນາຄານ​ພາກ​ເອກະ​ຊົນ ​ໂດຍ​ແມ່ນ​ສະ​ຖາ​ບັນ​ການ​ເງິນ​ສາກົນ ​ແມ່ນ​ຕາງຫນ້າ​ຜົນ​ປະ​ໂຫຍ​ດ ບໍ່​ສາມາດ​ຊອກ​ໄດ້​ສຽງ​ເວົ້າ​ລວມ​ໃນ​ການ​ແກ້​ໄຂ​ບ້ວງ​ຫນິ້ສິນ​ຂອງ​ປະ​ເທດ​ນີ້. ບັນດາ​ນັກ​ການ​ເງິນ​ບໍ່​ເປັນ​ເອກະ​ພາບ​ໃນ​​ເລື່ອງ​ລົບ​ລ້າງ ເຄິ່ງຫນຶ່ງ ບ້ວງ​ຫນິ້ສິນ​ ​ແລະ ຍັງ​ຄົງ​ຢາກ​ຊອກ​ຫາບ​ັນດາ​ມາດ​ຕະການ​ເພື່ອ​ຫລຸດຜ່ອນ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕົນ​ເອງ. ຍ້ອນ​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ດັ່ງກ່າວ, ​ເກຼັກກອາດ​ຈະ​ບໍ່​ໄດ້​ຮັບ​ທຶນ​ຈາກ​ການ​ປ່ອຍ​ເງິນ​ໃນ​ຄັ້ງ​ຕໍ່​ໄປ​ໃນ​ຂອບ​ເຂດ​ໂຄງການ​ຫນູນ​ຊ່ວຍ​ຄັ້ງ​ທີ 2 ຊຶ່ງ​ປະ​ເທດ​ນີ້​ບັນລຸ​ໄດ້​ໃນ​ທ້າຍ​ເດືອນ 10 ປີ​ກ່າຍ​ ລວມມູນ​ຄ່າ 130 ຕຶ້​ເອີ​ໂຣ. ​ເງ່ືອນ​ໄຂ​ຂອງ​ໂຄງການ​ຫນູນ​ຊ່ວຍ​ທີ 2 ​ແມ່ນ​​ເກຼັກຕ້ອງ​ຫລຸດຜ່ອນ ເຄິ່ງຫນຶ່ງຂອງ​ບ້ວງ​ຫນິ້​ ​ແລະ ຕ້ອງ​ຫລຸດຜ່ອນ​ບ້ວງ​ຫນິ້ລົງ​ເຫລືອ 120% ຍອດ​ຜະລິດ​ຕະພັນ​ພາຍ​ໃນ GDP ​​ເຖິງ​ປີ 2020. ບັນດາ​ອົງການ​ສາກົນ ຮຽກຮ້ອງ​ໃຫ້​ບັນດາ​ທະນາຄານ ​ແລະ ກອງ​ເງິນ​ລົງທຶນ​ຮັບ​ຮູ້​ການ​ຫັນປ່ຽນ​ຫນັງສື​ທີ່​ມີ​ມູນ​ຄ່າ​​ມາ​ເປັນ​ບ້ວງ​ຫນິ້ສິນໄລຍະ​ຍາວ ​ແລະ ພັດທະ​ບັດ​ນ້ອຍ. ສະຖານ​ບັນ​ສາກົນ​ປາດ​ຖະຫນາ​ວ່າ​ພັນທະບັດ​ຈະ​ກວມ​ປະມານ 4 -5%, ​ໃນ​ຂະນະ​ນັ້ນ ກອງ​ທຶນ​ເງິນຕາ​ສາກົນ IMF   ສະ​ເຫ​ນີວ່າ ຕົວ​ເລກ​ນີ້​ຕ້ອງ​ຕຳ່​ກວ່າ 4%. ບັນດາ​ການ​ເຈລະຈາ​ຈະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ໃນ​ອາທິດ​ນີ້ ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ໝາກຜົນ​ຂອງ​ການ​ເຈລະຈາອາດ​ຈະ​ບໍ່​ບັນລຸ​ໄດ້​ຄວາມ​ຄືບ​ຫນ້າ​ໃນ​ບັນຫາ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ