ບັ້ນຮົບການທະຫານຂອງຕວກກີຢູ່ຊີຣີກໍ່ຄວາມເສຍຊີວິດແລະຮັບບາດເຈັບຫລາຍຄົນໃຫ້ສາມັນຊົນ

ບັ້ນຮົບການທະຫານຂອງຕວກກີຢູ່ຊີຣີກໍ່ຄວາມເສຍຊີວິດແລະຮັບບາດເຈັບຫລາຍຄົນໃຫ້ສາມັນຊົນ - ảnh 1
(ພາບປະກອບ)

(vovworld) – ​ ​ ຢ່າງ​ໜ້ອຍ​ສຸດ​ມີ​ສາມັນ​ຊົນ ຊີຣີ 40 ຄົນ​ເສຍ​ຊີວິດ​ໃນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ທາງ​ອາກາດ ​ແລະ ຍິງ​ປືນ​ໃຫຍ່​ຂອງ​ກອງ​ທັບ ຕວກກີ ຢູ່​ທາງ​ພາກ​ເໜືອ ຊີຣີ ​ໃນ​ຕອນ​ເຊົ້າ​ວັນ​ທີ 28/08. ຕາມ​ອົງ​ການຕິດຕາມ​ກວດກາ​ສິດທິ​ມະນຸດ ຊີຣີ (SOHR) ​ແລ້ວ, ຢ່າງ​ໜ້ອຍ​ສຸດ​ມີ​​ສາມັນຊົນ​ເສຍ​ຊີ​ວິດຕື່ມ​ອີກ 20 ຄົນ ​ແລະ 25 ຄົນ​ຮັບ​ບາດ​ເຈັບ​ໃນ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ ຕວກກີ ຢູ່​ບ້ານ Al-Amarneh. ​ກ່ອນ​ໜ້າ​ນັ້ນ ​ຢ່າງ​ໜ້ອຍ​ສຸດ​ມີ​ສາມັນ​ຊົນ 20 ຄົ​ນ​ເສຍ​ຊີວິດ ​ແລະ 50 ຄົນ​ຮັບ​ບາດ​ເຈັບ​ໃນ​ບັນດາ​ເຫດ​ຍິງ​ປືນ​ໃຫຍ່ ​ແລະ ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ ຕວກກີ ຢູ່ Jeb el – Kussa ບ້ານ​ໜຶ່ງ​ທາງ​ພາກ​ໃຕ້ Jarablus. ໂຄສົກ​ຂອງ​ກຳລັງ​ຊາວ Kurd ຢູ່ ຊີຣີ ຢືນຢັນ​ວ່າ: ມີ​ສາມັນ​ຊົນ 75 ຄົນ​ເສຍ​ຊີວິດ​ຢູ່​ທັງ 2 ບ້ານ​ດັ່ງກ່າວ. SOHR ກໍ່​ແຈ້ງ​ໃຫ້​ຮູ້​ວ່າ: ຢ່າງ​ໜ້ອຍ​ສຸດ​ມີ 4 ມື​ປືນ​ຊາວ Kurd ຖືກ​ດັບ​ສູນ ​ແລະ 15 ມື​ປືນ​ອື່ນໆ​ຖືກ​ຮັບ​ບາດ​ເຈັບ​ໃນ​ບັນດາ​ເຫດ​ຍິງ​ປືນ​ໃຫຍ່​ຂອງ ຕວກກີ ຢູ່ 2 ບ້ານ​ດັ່ງກ່າວ.


ຂ່າວ/ບົດ​ອື່ນ