ບັ້ນຮົບຕ້ານການກໍ່ການຮ້າຍ,ບຸລິມະສິດແຖວໜ້າຂອງປະທານາທິບໍດີລັດເຊຍແລະຝລັ່ງ

(VOVWORLD) -ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມ, ພາຍຫຼັງການເຈລະຈາກັບຄູ່ຕຳແໜ່ງລັດເຊຍ Vladimir Putin, ໃນຕອນບ່າຍວັນທີ 29 ພຶດສະພາ, ຢູ່ຊານນະຄອນຫຼວງປາຣີ, ປະເທດຝລັ່ງ
ບັ້ນຮົບຕ້ານການກໍ່ການຮ້າຍ,ບຸລິມະສິດແຖວໜ້າຂອງປະທານາທິບໍດີລັດເຊຍແລະຝລັ່ງ - ảnh 1 (ພາບປະກອບ: AFP/TTXVN)

ທ່ານປະທານາທິບໍດິຝລັ່ງ Emmanuel Macron ຢືນຢັນວ່າ, ບັ້ນຮົບຕ້ານການກໍ່ການຮ້າຍ, ພິເສດແມ່ນອົງການລັດອິດສະລາມ (IS) ແມ່ນບຸລິມະສິດແຖວໜ້າຂອງການນຳ 2 ທ່ານ. ໃນຂະນະນທີ່ປະທານາທິບໍດີລັດເຊຍ ເນັ້ນໜັກວ່າ, 2 ປະເທດຕ້ອງສົມທົບກັນມານະພະຍາຍາມເພື່ອບັນລຸໄດ້ໝາກຜົນດີທີ່ສຸດໃນບັ້ນຮົບຕ້ານລັດທິກໍ່ການຮ້າຍໃນສະຕະວັດທີ 21. ທ່ານປະທານາທິບໍດີລັດເຊຍ Putin ໃຫ້ຮູ້ວ່າ, 2 ຝ່າຍໄດ້ຢືນຢັນຄວາມຕັດສິນໃຈຊອກຫາບັນດາຄວາມເຫັນດີ ເພື່ອຜ່ານຜ່າການຂັດແຍ້ງກັນທີ່ພວມເກີດຂຶ້ນໃນປະຈຸບັນໃນການພົວພັນ 2 ຝ່າຍ, ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດໃຫ້ສືບຕໍ່ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ