ບັ້ນ​ຮົບ​ລວມຂອງ ອາ​ເມ​ລິ​ກາ ແລະ ອີ​ຣັກ ດັບ​ສູນ​ພາກ​ສ່ວນ IS ຫຼາຍ​ຄົນ

(VOVWORLD) - ຫວ່າງແລ້ວນີ້, ບັ້ນຮົບລວມຂອງກຳລັງ ອາເມລິກາ ແລະ ອີຣັກ ໄດ້ດັບສູນສະມາຊິກ 15 ຄົນຂອງອົງການ IS.
ບັ້ນ​ຮົບ​ລວມຂອງ ອາ​ເມ​ລິ​ກາ ແລະ ອີ​ຣັກ ດັບ​ສູນ​ພາກ​ສ່ວນ IS ຫຼາຍ​ຄົນ - ảnh 1

(ພາບ: AFP/TTXVN)

    ຕາມການລາຍງານເມື່ອ  ວັນທີ 30 ສິງຫາ ຂອງກອງບັນຊາການໃຈກາງ ອາເມລິກາ (CENTCOM),  ຫວ່າງແລ້ວນີ້, ບັ້ນຮົບລວມຂອງກຳລັງ ອາເມລິກາ ແລະ ອີຣັກ ໄດ້ດັບສູນສະມາຊິກ 15 ຄົນຂອງອົງການລັດອິດສະລາມອ້າງຊື່ເອງ (IS) ຢູ່ພາກຕາເວັນຕົກ ອີຣັກ. CENTCOM ແມ່ນອົງການຮັບຜິດຊອບບັນດາການເຄື່ອນໄຫວຂອງກອງທັບ ອາເມລິກາ ຢູ່ຕາເວັນອອກກາງ, ໃນນັ້ນມີ ອີຣັກ, ຊີຣີ, ອາບການີສະຖານ ແລະ ເຢເມັນ.

    ກອງທັບ ອີຣັກ ຖະແຫຼງວ່າ ໃນຈຳນວນບັນດາຜູ້ເສຍຊີວິດ ມີການນຳຫຼັກແຫຼ່ງຂອງ IS ຈຳນວນໜຶ່ງ ແຕ່ບໍ່ເຜີຍໃຫ້ຮູ້ລາຍລະອຽດ. ບັ້ນຮົບດັ່ງກ່າວຍັງໄດ້ທຳລາຍອາວຸດທັງໝົດ, ເຄື່ອງອຸປະກອນພາລາທິການ, ບ່ອນລີ້ຊ້ອນຂອງ IS ແລະ ເກັບຫຼາຍເອກະສານທີ່ສຳຄັນ ແລະ ບັນດາພາຫະນະຕິດຕໍ່ພົວພັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ