ບັ້ນຮົບຮ່ວມລະຫວ່າງຊີຣີແລະລັດເຊຍບັນດາລຸໄດ້ບັນດາໝາກຜົນຢ່າງໃຫຍ່ຫຼວງ

ບັ້ນຮົບຮ່ວມລະຫວ່າງຊີຣີແລະລັດເຊຍບັນດາລຸໄດ້ບັນດາໝາກຜົນຢ່າງໃຫຍ່ຫຼວງ - ảnh 1
(ພາບປະກອບ: IBT Times)

(vovworld) – ວັນ​ທີ 24/10, ສຳນັກ​ຂ່າວສານ​ແຫ່ງ​ລັດ SANA ຂອງ​ຊີ​ຮີ ​ໄດ້​ໃຫ້​ຂ່າວ​ວ່າ, ທີ່​ການ​ຕ້ອນຮັບ​ຄະນະ​ສະ​ມາຊິກ​ສະພາ​ແຫ່ງ​ຊາດ​ລັດ​ເຊ​ຍ, ທ່ານປະທານ​ສະພາ​ແຫ່ງ​ຊາດຊີຣີ Jihad al Lahham ​ໄດ້​ແຈ້ງ​ໃຫ​້ຊາບ​ກ່ຽວ​ກັບ​ບັ້ນ​ຮົບ​ຮ່ວມ​ລະຫວ່າງ​ກຳລັງ​ກອງທັບ​ລັດ​ເຊ​ຍ ​ແລະ ກອງທັບ​ຊີ​ຣີ ​ໃນ​ການ​ຕ້ານ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ສິດສລາມ IS ​ອ້າງ​ຊ່ື​ເອງ ທີ່ບັນລຸ​ໄດ​້ບັນດາໝາກຜົນຢ່າງ​ໃຫຍ່​ຫຼວງ. ຕາມທ່ານ Jihad al Lahham ​ແລ້ວ, ການ​ສົມທົບ​ກັນ​ລະຫວ່າງ​ກອງທັບ​ລັດ​ເຊ​ຍ ​ແລະ ກອງທັບ​ຊີຣີ ​ເລີ່​ມບັນລຸ​ໄດ້​ບັນດາໝາກ​ຜົນ​ທີ່​ໃຫຍ່​ຫຼວງ​ໃນ​ການ​ຕີ​ໃຫ​້ປະລາ​ໄຊ ​ແລະ ສັບ​ສູນ​ລັດທິ​ກໍ່​ການ​ຮ້າຍ​ຢູ່​ຊີຣີ. ທ່ານກໍ​ໃຫ້​ຮູ້​ຕື່ມ​ອີກວ່າ, ຊີຣີ ພວມ​ເຮັດ​ວຽກ​ກັບ​ທັງ​ລັດ​ເຊ​ຍ ​​ແລະ ອີຣານ ​ເພື່ອ​ແນ​ໃສ່​ຊຸກຍູ້​ວິວັດ​ການ​ການ​ເມືອງ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ພ້ອມ​ກັບ​ບັ້ນ​ຮົບ​ຕ້ານ​ກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ