ບຸນເຂົ້າປະດັບດິນ - ຮັກສາຈຸດວັດທະນະທຳອັນດີງາມຂອງຊາວ ຫວຽດນາມ ຢູ່ ສ.ເຊັກໂກ

(VOVWORLD) - ຢູ່ນະຄອນຫຼວງ ປຣາຮາ, ສ. ເຊັກໂກ, ພຸດທະສາສະນິກກະຊົນ ແລະ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສ. ເຊັກໂກ ໄດ້ເຕົ້າໂຮມທີ່ບຸນເຂົ້າປະດັບດິນປີ 2022 ...
ບຸນເຂົ້າປະດັບດິນ - ຮັກສາຈຸດວັດທະນະທຳອັນດີງາມຂອງຊາວ ຫວຽດນາມ ຢູ່ ສ.ເຊັກໂກ - ảnh 1ທ່ານ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສ ເຊັກໂກ ທ໊າຍຊວນຢູ້ງ ກ່າວຄຳເຫັນທີ່ພິທີ

ວັນທີ 31 ກໍລະກົດ, ຢູ່ນະຄອນຫຼວງ ປຣາຮາ, ສ. ເຊັກໂກ, ພຸດທະສາສະນິກກະຊົນ ແລະ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສ. ເຊັກໂກ ໄດ້ເຕົ້າໂຮມທີ່ບຸນເຂົ້າປະດັບດິນປີ 2022 ໂດຍສູນກາງສະມາຄົມພຸດທະສາສະນິກກະຊົນ ຫວຽດນາມ ຢູ່ ສ. ເຊັກໂກ ຈັດຕັ້ງ ເພື່ອສະແດງຄວາມເຄົາລົບນັບຖື, ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີພໍ່ແມ່, ບັນພະບຸລຸດ ແລະ ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

        ພະອາຈານໃຫຍ່ ທິກມິງທ້ວນ ຖືວ່າ ດ້ວຍມູນເຊື້ອກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ນ້ຳໃຈຮູ້ບຸນຄຸນຕໍ່ພໍ່ແມ່, ນີ້ແມ່ນໂອກາດເພື່ອໃຫ້ຊາວ ຫວຽດນາມ ທຸກຄົນຄິດເຖິງບັນພະບຸລຸດ, ພໍ່ແມ່, ຄອບຄົວ ແລະ ບ້ານເກີດເມືອງນອນ:

        “ເຖິງວ່າດຳລົງຊີວິດຢູ່ບ່ອນໃດ, ຊາວ ຫວຽດນາມ ກໍ່ພະຍາຍາມເຮັດບັນດາວຽກງານອັນດີງາມ, ຜ່ານນັ້ນຈະໄດ້ຮັບຄວາມເຄົາລົບນັບຖື ຈາກນັ້ນກໍ່ຫວນຄືນກົກເຄົ້າເຫງົາກໍຂອງຊາວ ຫວຽດນາມ ແລະ ເຂົາເຈົ້າກໍ່ເຄົາລົບນັບຖືຄົນ ຫວຽດ. ມານະພະຍາຍາມເພື່ອຮ່ຳຮຽນ, ຄົ້ນຄ້ວາ ເພື່ອເຮັດບັນດາສິ່ງທີ່ດີງາມໃຫ້ແກ່ສັງຄົມ, ຜ່ານນັ້ນຈະແມ່ນແບບຢ່າງໃຫ້ລູກຫຼານ, ລຸ້ນຄົນຕໍ່ໄປຮ່ຳຮຽນຕາມ.”

ຕອບກັບ

ຂ່າວ/ບົດ​ອື່ນ