ບັ້ນເຄື່ອນໄຫວຊາວໜຸ່ມອາສາສະຫມັກລະດູຮ້ອນ 2024 ກໍານົດ 11 ຄາດຫມາຍທີ່ແທດຈິງໃຫ້ແກ່ຊຸມຊົນ

(VOVWORLD) -ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ນະຄອນ ຫາຍຟ່ອງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ດຳເນີນພິທີເຄື່ອນພົນ ບັ້ນເຄື້ອນໄຫວ ຊາວໜຸ່ມອາສາສະໝັກລະດູຮ້ອນ 2024
ບັ້ນເຄື່ອນໄຫວຊາວໜຸ່ມອາສາສະຫມັກລະດູຮ້ອນ 2024 ກໍານົດ 11 ຄາດຫມາຍທີ່ແທດຈິງໃຫ້ແກ່ຊຸມຊົນ - ảnh 1ພິທີເຄື່ອນພົນ ບັ້ນເຄື້ອນໄຫວ ຊາວໜຸ່ມອາສາສະໝັກລະດູຮ້ອນ 2024

     ພິທີຖືກເຊື່ອມຕໍ່ຜ່ານເຄືອຂ່າຍກັບບັນດາສະຖານທີ່ຖ່າຍທອດ ຢູ່ຕວຽນກວາງ, ດັກລັກ ແລະ ຄະນະ ກຸ່ມວິສາຫະກິດຂັ້ນສູນກາງຈັດຕັ້ງຢູ່ ແຂວງເຫົ້າຢາງ. ບັ້ນເຄື່ອນໄຫວດັ່ງກ່າວເພື່ອແນໃສ່ເສີມຂະຫຍາຍ ຈິດໃຈປະຈັນບານ, ອາສາສະໝັກຂອງບັນດາສະມາຊິກ ຊາວໜຸ່ມເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂບັນດາບັນຫາທີ່ສັງຄົມມີຄວາມສັນໃຈ... ບັ້ນເຄື່ອນໄຫວຖືກຈັດຕັ້ງຢ່າງກ້ວາງຂວາງ, ມີປະສິດທິຜົນ, ປອດໄພ ແລະ ຍືນຍົງ, ຕິດພັນກັບໜ້າທີ່ການເມືອງ ແລະ ຄວາມຕ້ອງການຕົວຈິງຂອງແຕ່ລະທ້ອງຖິ່ນ ແລະ ຫົວໜ່ວຍ, ສ້າງຂີດໝາຍສັງຄົມທີ່ຕັ້ງໜ້າ.

      ບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກ ລະດູຮ້ອນ ປີ 2024 ໄດ້ກຳນົດ 11 ເປົ້າໝາຍ, ໃນນັ້ນ ມີການຈັດຕັ້ງໃຫ້ສະມາຊິກຊາວໜຸ່ມ ໄວໜຸ່ມ 10.000.000 ເທື່ອຄົນ ເຂົ້າຮ່ວມການເຄື່ອນໄຫວ ອາສາສະໝັກ; ກໍ່ສ້າງເສັ້ນທາງອາລະຍະທຳໃໝ່ຢ່າງໜ້ອຍ 500 ສາຍ, ເຮືອນກຸສົນ, ເຮືອນສາຍຈິດສາຍໃຈ, ເຮືອນຜ້າພັນຄໍແດງ 1,000 ຫຼັງ,  ປູກຕົ້ນໄມ້ໃໝ່ ຢ່າງໜ້ອຍ 8,000,000 ຕົ້ນ…..

   ຕອນເຊົ້າວັນດຽວກັນນີ້, ຄະນະຊາວໜຸ່ມນະຄອນ ດ່ານັງ ໄດ້ຈັດຕັ້ງພິທີປຸກລະດົມ ແລະ ຕອບສະໜອງບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກ ລະດູຮ້ອນ 2024.

ຕອບກັບ

ຂ່າວ/ບົດ​ອື່ນ