ບັ້ນ​ເຄື່ອນ​ໄຫວ​​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ 90.000 ຄົນ

(VOVWORLD) -   ເພື່ອແນໃສ່ໜູນຊ່ວຍ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ, ນັກສຶກສາ ຫວຽດນາມ ຕໍ່ໜ້າຜົນກະທົບຢ່າງໜັກໜ່ວງຂອງໂລກລະບາດໂຄວິດ - 19, ຄະນະຊາວໜຸ່ມ ຮ່າໂນ້ຍ ໄດ້ສົມທົບກັບໂປຼແກຼມເຕັກໂນໂລຢີຮັບສະໝັກພະນັກງານ TopCV.vn ຈັດຕັ້ງ “ບັ້ນເຄື່ອນໄຫວສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ, ນັກສຶກສາ ຫວຽດນາມ 90.000 ຄົນ”. 
ບັ້ນ​ເຄື່ອນ​ໄຫວ​​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ 90.000 ຄົນ - ảnh 1(ພາບປະກອບ: VOV)

ນີ້ແມ່ນລາຍການເຊື່ອມຕໍ່ໂອກາດຫາວຽກເຮັດງານທຳ ແລະ ຝຶກງານ ໃຫ້ແກ່ຊາວໜຸ່ມ, ນັກສຶກສາ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ເຊິ່ງຖືກປະຕິບັດພາຍໃນ 6 ເດືອນ (ແຕ່ວັນທີ 1 ມີນາ ຫາວັນທີ 1 ກັນຍາ. ບັ້ນເຄື່ອນໄຫວດັ່ງກ່າວ ຈະຊ່ວຍໃຫ້ຊາວໜຸ່ມ, ນັກສຶກສາ ຫວຽດນາມ ມີໂອກາດເຊື່ອມຕໍ່ກັບວິສາຫະກິດທີ່ມີຄວາມຕ້ອງການຮັບສະໝັກພະນັກງານ ແລະ ຝຶກງານທີ່ມີຄຸນນະພາບສູງໃຫ້ແກ່ຊາວໜຸ່ມ, ນັກສຶກສາ.  ໄປຄຽງຄູ່ກັນນັ້ນ, ຍັງຊ່ວຍໃຫ້ວິທະຍາໄລ, ມະຫາວິທະຍາໄລແຫ່ງຕ່າງໆ ໄດ້ເຊື່ອມຕໍ່ກັບວິສາຫະກິດທີ່ພວມມີຄວາມຕ້ອງການຮັບສະໝັກພະນັກງານຜ່ານໂປຼແກຼມ TopCV.vn ຊ່ວຍສ້າງໂອກາດຫາງານ ແລະ ບ່ອນຝືກງານທີ່ມີຄຸນນະພາບສູງໃຫ້ແກ່ນັກສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ