ບັ້ນເຄື່ອນໄຫວອອກເຄື່ອນພົນ “ຈົ່ງສ້າງຄວາມສະອາດໃຫ້ທະເລ” ປີ 2018

(VOVWORLD) - ວັນທີ 28 ກໍລະກົດ, ທີ່ເມືອງເກາະ ຝູ໊ກວັກ ແຂວງ ກຽນຢາງ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ສູນສະໝັກໃຈແຫ່ງຊາດໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງພິທີອອກເຄື່ອນພົນຂັ້ນສູນກາງບັ້ນເຄື່ອນໄຫວ "ຈົ່ງສ້າງຄວາມສະອາດໃຫ້ທະເລ" ປີ 2018.
ບັ້ນເຄື່ອນໄຫວອອກເຄື່ອນພົນ “ຈົ່ງສ້າງຄວາມສະອາດໃຫ້ທະເລ” ປີ 2018 - ảnh 1 ບັ້ນເຄື່ອນໄຫວອອກເຄື່ອນພົນ “ຈົ່ງສ້າງຄວາມສະອາດໃຫ້ທະເລ” ປີ 2018 (ພາບ: nongnghiep.vn)

ກ່າວຄຳເຫັນທີ່ພິທີອອກເຄື່ອນພົນ, ທ່ານຮອງປະທານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ຫງວຽນກິມກີວ ເນັ້ນໜັກວ່າ: ບັ້ນເຄື່ອນໄຫວ “ຈົ່ງສ້າງຄວາມສະອາດໃຫ້ທະເລ” ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງບັ້ນເຄື່ອນໄຫວຊາວໜຸ່ມສະໝັກໃຈລະດູຮ້ອນປີ 2018. ປັດຈຸບັນ, ຄະນະຊາວໜຸ່ມ 28 ແຂວງ, ນະຄອນແຄມທະເລ ໄດ້ສ້າງແຜນການຈັດຕັ້ງບັນດາການເຄືີ່ອນໄຫວປົກປັກຮັກສາສິ່ງແວດລ້ອມທະເລຢ່າງມີປະສິດທິຜົນ.

            ບັ້ນເຄື່ອນໄຫວ "ຈົ່ງສ້າງຄວາມສະອາດໃຫ້ທະເລ" ປີ 2018 ສຸມໃສ່ເຂົ້າໃນວຽກງານຍົກສູງຄວາມຮັບຮູ້ໃຫ້ປະຊາຊົນ, ແຂກທ່ອງທ່ຽວ ແລະ ວົງຄະນະຍາດກ່ຽວກັບບົດບາດສຳຄັນຂອງທະເລ ສຳລັບຊີວິດການເປັນຢູ່ຂອງມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ