“ບຸນເຕັດຂອງພໍ່ແມ່ປະຊາຊົນ 2024” ເບິ່ງແຍງດູແລໃຫ້ແກ່ພໍ່ແມ່ປະຊາຊົນເຂດຫ່າງໄກສອກຫຼີກ

(VOVWORLD) - ທີ່ພິທີໄຂ, ຄະນະໄດ້ຈັດຕັ້ງໄດ້ມອບຂອງຂັວນບຸນເຕັດ 500 ພູດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງເມືອງ ຝູ່ອຽນ, ແຂວງ ເຊີນລາ.
“ບຸນເຕັດຂອງພໍ່ແມ່ປະຊາຊົນ 2024” ເບິ່ງແຍງດູແລໃຫ້ແກ່ພໍ່ແມ່ປະຊາຊົນເຂດຫ່າງໄກສອກຫຼີກ - ảnh 1ການສະແດງສິລະປະທີ່ລາຍການ
(ພາບ: ຄະນະຈັດຕັ້ງ)

ໃນລະຫວ່າງວັນທີ 19 – 20 ມັງກອນ, ສູນໂທລະພາບມະນຸດສະທຳ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເຊີນລາ, ຈັດລາຍການ “ບຸນເຕັດຂອງພໍ່ແມ່ປະຊາຊົນ 2024” ຢູ່ເມືອງ ຝູ່ອຽນ, ແຂວງ ເຊີນລາ. ນີ້ແມ່ນເຫດການປະຈຳປີ ເພື່ອແນໃສ່ນຳ, ບຸນເຕັດທີ່ເຕັມໄປດ້ວຍຄວາມອົບອຸ່ນ ມາໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວຢູ່ເຂດ ຫ່າງໄກຊອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກ.

          ທີ່ພິທີໄຂ, ຄະນະໄດ້ຈັດຕັ້ງໄດ້ມອບຂອງຂັວນບຸນເຕັດ 500 ພູດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງເມືອງ ຝູ່ອຽນ, ແຂວງ ເຊີນລາ. ນອກຈາກນັ້ນ, ລາຍການຍັງມີການເຄື່ອນໄຫວຕ່າງໆ: ກວດປິ່ນປົວພະຍາດ, ສະໜອງຢຸກຢາໂດຍບໍ່ເກັບຄ່າ, ງານຕະໜາດນັດບຸນເຕັດ 0 ດົ່ງ…  ຍອດມູນຄ່າຂອງລາຍການນີ້ ລວມທັງໝົດ 2 ຕື້ດົ່ງ (ກ່ວາ 81.000 ໂດລາສະຫະລັດ).

ຕອບກັບ

ຂ່າວ/ບົດ​ອື່ນ