ບຸນເຕັດຊຸມຊົນ - “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ຢູ່ ຈີນ

(VOVWORLD) - ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ ສະແດງຄວາມເຊື່ອໝັ້ນຕໍ່ການພັດທະນາຂອງ ຫວຽດນາມ ແລະ ການພົວພັນມິດຕະພາບລະຫວ່າງ 2 ປະເທດ
ບຸນເຕັດຊຸມຊົນ - “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ຢູ່ ຈີນ - ảnh 1(ທີ່ການພົບປະ)

        ວັນທີ 12 ມັງກອນ, ຢູ່ນະຄອນຫຼວງ ປັກກິ່ງ (ຈີນ) ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດງານພົບປະສະໜິດສະໜົມກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮໍ່າຮຽນ, ເຮັດວຽກຢູ່ ຈີນ ເນື່ອງໃນໂອກາດບຸນເຕັດປີ 2024.

        ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ໄດ້ແຈ້ງໃຫ້ຊາບບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ ແລະ ການພົວພັນຕ່າງປະເທດຂອງ ຫວຽດນາມ, ບັນດາບາດກ້າວໃໝ່ໃນການພົວພັນ ຫວຽດນາມ - ຈີນ, ພິເສດແມ່ນບັນດາໝາກຜົນທີ່ແທດຈິງ ແລະ ອຸດົມສົມບູນທີ່ບັນລຸໄດ້ໃນບັນດາການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນຳຂັ້ນສູງ 2 ປະເທດໃນປີ 2023.

        ກ່າວຄຳເຫັນທີ່ການພົບປະ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ ສະແດງຄວາມເຊື່ອໝັ້ນຕໍ່ການພັດທະນາຂອງ ຫວຽດນາມ ແລະ ການພົວພັນມິດຕະພາບລະຫວ່າງ 2 ປະເທດ, ພ້ອມທັງຖືເປັນສຳຄັນບັນດາເຫດການພົບປະກັບພໍ່ແມ່ປະຊາຊົນເນື່ອງໃນໂອກາດບຸນເຕັດວຽນມາ, ຖືນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ