ບຸນເຕັດທີ່ເຕັມໄປດ້ວຍນ້ຳໃຈອັນອົບອຸ່ນແຫ່ງບ້ານເກີດເມືອງນອນກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ Ishikawa

(VOVWORLD) - ລາຍການດັ່ງກ່າວແມ່ນເພື່ອແບ່ງປັນບັນດາຄວາມຫຍຸ້ງຍາກກັບປະຊາຄົມຊາວ ຫວຽດນາມ ທີ່ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 01 ມັງກອນ ໃນແຫຼມ Noto
ບຸນເຕັດທີ່ເຕັມໄປດ້ວຍນ້ຳໃຈອັນອົບອຸ່ນແຫ່ງບ້ານເກີດເມືອງນອນກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ Ishikawa - ảnh 1(ນັກເຝິກງານຮັບຂອງຂວັນ)

        ຕອນຄ່ຳວັນທີ 09 ກຸມພາ, ກົງກັບຈຸດເວລາສົ່ງທ້າຍປີເກົ່າປີເຖາະ ຕ້ອນຮັບປີໃໝ່ປີມະໂລງ, ສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ຍີ່ປຸ່ນ (VJBA) ໄດ້ຈັດລາຍການທີ່ເຕັມໄປດ້ວຍຄວາມໝາຍ ໂດຍມີຊື່ວ່າ “ຄວາມປິຕິຊົມຊື່ນຄ່ຳຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່” ຢູ່ນະຄອນ Nanao, ແຂວງ Ishikawa.

    ລາຍການດັ່ງກ່າວແມ່ນເພື່ອແບ່ງປັນບັນດາຄວາມຫຍຸ້ງຍາກກັບປະຊາຄົມຊາວ ຫວຽດນາມ ທີ່ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 01 ມັງກອນ ໃນແຫຼມ Noto, ຂຶ້ນກັບແຂວງ Ishikawa (ຍີ່ປຸ່ນ). ມີວິສາຫະກິດຫຼາຍແຫ່ງຂອງ ຫວຽດນາມ ແລະ ຍີ່ປຸ່ນ, ພ້ອມກັບນັກເຝິກງານເກືອບ 100 ຄົນ ແລະ ປະຊາຄົມຊາວ ຫວຽດນາມ ຊາວ ຫວຽດນາມ, ເຂົ້າຮ່ວມລາຍການ.

   ເຂົ້າຮ່ວມລາຍການ, ແຕ່ລະຄົນຈະໄດ້ຮັບຂອງຂວັນຈາກບັນດາວິສາຫະກິດເຊິ່ງແມ່ນສະມາຊິກຂອງ VJBA, ລວມມີ: ເງິນສົດ, ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອໃນໂອກາດບຸນເຕັດຂອງ ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ