ບຸນ​ເຕັດ​ນຳມາ​ເຊິ່ງ​ຄວາມ​ຫວັງກ່ຽວ​ກັບ​ອະ​ນາ​ຄົດ​ທີ່​ດີ​ງາມ​ກ່​ວາ​, ມີ​ຄວາມ​ສະ​ເໝີ​ພາບ​ກ່​ວາ ໃຫ້​ແກ່​ທຸກ​ຄົນ, ພິ​ເສດ​ແມ່ນ​ແມ່​ຍິງ ແລະ ເດັກ​ຍິງ.

(VOVWORLD) -ບຸນເຕັດນຳມາເຊິ່ງຄວາມຫວັງກ່ຽວກັບອະນາຄົດທີ່ດີງາມກ່ວາ, ມີຄວາມສະເໝີພາບກ່ວາ ໃຫ້ແກ່ທຸກຄົນ, ພິເສດແມ່ນແມ່ຍິງ ແລະ ເດັກຍິງ.ນັ້ນແມ່ນສານ ແລະ ກໍ່ແມ່ນຄຳອວຍພອນຂອງ ເອກອັກຄະລັດຖະທູດ ບັນດາປະເທດຂຶ້ນກັບກຸ່ມ G4, ລວມມີ ນິວຊີແລນ, ການາດາ, ສະວິດ ແລະ ນອກແວ ທີ່ສະຫງວນໃຫ້ແກ່ຊາວຫວຽດນາມ, ໃນໂອກາດປິໃໝ່ປີຂານ.



ບຸນ​ເຕັດ​ນຳມາ​ເຊິ່ງ​ຄວາມ​ຫວັງກ່ຽວ​ກັບ​ອະ​ນາ​ຄົດ​ທີ່​ດີ​ງາມ​ກ່​ວາ​, ມີ​ຄວາມ​ສະ​ເໝີ​ພາບ​ກ່​ວາ ໃຫ້​ແກ່​ທຸກ​ຄົນ, ພິ​ເສດ​ແມ່ນ​ແມ່​ຍິງ ແລະ ເດັກ​ຍິງ. - ảnh 1ທ່ານນາງ ເອກອັກຄະລັດຖະທູດ ການາດາ Deborah Paul  (ພາບ: VOV)

ທ່ານເອກອັກຄະລັດຖະທູດ ສະວິດ Iva Sieber ຢັ້ງຢືນວ່າ ບັນດາມາດຖານທາງເພດ ໄດ້ກໍ່ສ້າງ ແລະ ປັບປຸງ ໂດຍຜູ້ຍິງ ແລະ ຜູ້ຊາຍ, ດັ່ງນັ້ນຕ້ອງລະດົມທັງຜູ້ຊາຍ ແລະ ເດັກຊາຍເຂົ້າຮ່ວມວິວັດການປ່ຽນແປງຄວາມຮັບຮູ້ທາງສັງຄົມ ແລະ ຊຸກຍູ້ສິດຂອງແມ່ຍິງ.

ສ່ວນທ່ານເອກອັກຄະລັດຖະທູດ ນອກແວ Greta Lochen ໃຫ້ຮູ້ວ່າ, ໂດຍໄດ້ພົບປະກັບບັນດາແມ່ຍິງທີ່ເຂັ້ມແຂງ ແລະ ໄດ້ຮັບແຫຼ່ງບັນດານໃຈຢູ່ Hope Box, ໄດ້ແບ່ງປັນ ແລະ ໄດ້ພ້ອມກັບເຂົາເຈົ້າເຮັດເຂົາໜົມສຳລັບບຸນເຕັດ ແມ່ນໂອກາດອັນລ້ຳຄ່າ. Hope Box ແມ່ນ ຮູບແບບ ວິສາຫະກິດສັງຄົມ ທີ່ ຊ່ວຍເຫຼືອແມ່ຍິງ ຫວຽດນາມ ທີ່ເຄີຍຖືກໃຊ້ຄວາມຮຸນແຮງໃນຄອບຄົວ ໄດ້ມີວຽກເຮັດງານທຳເປັນປົກະຕິ ແລະ ປ່ຽນແປງຊີວິດການເປັນຢູ່ຂອງຕົນ.

ໃນໂອກາດປີໃໝ່, ພ້ອມກັບເອກອັກຄະລັດຖະທູດ ບັນດາປະເທດກຸ່ມ G4, ທ່ານນາງ ເອກອັກຄະລັດຖະທູດ ການາດາ Deborah Paul ກໍ່ສົ່ງຄຳສະແດງຄວາມຮູ້ບຸນຄຸນໄປຍັງ Hope Box ພ້ອມກັບທຸກໆອົງການຈັດຕັ້ງເພື່ອແມ່ຍິງ ກ່ຽວກັບ ຄວາມມານະພະຍາຍາມຂອງເຂົາເຈົ້າໃນການຊຸກຍູ້ສິດສະເໝີພາບ ໃຫ້ແກ່ແມ່ຍິງ, ພ້ອມທັງນຳມາເຊິ່ງກາລະໂອກາດເສີມຂະຫຍາຍທຸກກຳລັງຄວາມສາມາດໃຫ້ແກ່ແມ່ຍິງ ໃນສະພາບການທີ່ເຕັມໄປດ້ວຍສິ່ງທ້າທາຍຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ