ບຸນເຕັດປີມະໂລງ 2024 ຂອງນັກສຶກສາທີ່ຮ່ຳຮຽນຢູ່ ນະຄອນ Grenoble, ປະເທດ ຝລັ່ງ

(VOVWORLD) - ກ່າວຄຳເຫັນທີ່ເຫດການ, ທ່ານ ດິງຕ່ວານຖັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ເນັ້ນໜັກວ່າ: ບຸນເຕັດສຳລັບ ຊາວ ຫວຽດນາມ ແຕ່ລະຄົນແມ່ນຈຸດເວລາທີ່ສຳຄັນ, ແມ່ນຈຸດເວລາບັນດາຄອບຄົວ, ເພື່ອນມິດ...
ບຸນເຕັດປີມະໂລງ 2024 ຂອງນັກສຶກສາທີ່ຮ່ຳຮຽນຢູ່ ນະຄອນ Grenoble, ປະເທດ ຝລັ່ງ - ảnh 1ການສະແດງສິລະປະທີ່ເຫດການ
(ພາບ:Anh Tuấn/VOV)

ວັນທີ 17 ກຸມພາ, ສະມາຄົມນັກສຶກສາ ຫວຽດນາມ (AEVG) ພ້ອມກັບປະຊາຄົມຊາວ ຫວຽດນາມ ຢູ່ນະຄອນ Grenoble, ທາງທິດຕາເວັນຕົກ - ພາກໃຕ້ ປະເທດ ຝລັ່ງ ໄດ້ຈັດເຫດການບຸນເຕັດປີມະໂລງ 2024 ບັນລຸຜົນສຳເລັດ, ງານບຸນນີ້ເພື່ອແນໃສ່ແຜ່ກະຈາຍວັດທະນະທຳບຸນເຕັດ ຫວຽດນາມ  ເຖິງພໍ່ແມ່ຊາວ ຫວຽດນາມ ແລະ ເພື່ອນມິດ ຝລັ່ງ. ກ່າວຄຳເຫັນທີ່ເຫດການ, ທ່ານ ດິງຕ່ວານຖັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ເນັ້ນໜັກວ່າ: ບຸນເຕັດສຳລັບ ຊາວ ຫວຽດນາມ ແຕ່ລະຄົນແມ່ນຈຸດເວລາທີ່ສຳຄັນ, ແມ່ນຈຸດເວລາບັນດາຄອບຄົວ, ເພື່ອນມິດ ແລະ ຍາດຕິພີ່ນ້ອງເຕົ້າໂຮມກັນ, ແມ່ນໂອກາດເພື່ອແບ່ງປັນລະຫວ່າງລຸ້ນຄົນຕ່າງໆທີ່ເຕັມໄປດ້ວຍຄວາມອົບອຸ່ນ, ຄວາມຮັກແພງ:

        “ປີມະໂລງ ບໍ່ພຽງແຕ່ແມ່ນສັນຍາລັກຂອງກຳລັງແຮງເທົ່ານັ້ນ ຫາກຍັງແມ່ນສັນຍາລັກໃຫ້ແກ່ບັນດາຈຸດເລີ່ມຕົ້ນຂອງບັນດາວຽກງານສ່ວນຕົວ, ຂອງຄອບຄົວ ແລະ ພາລະກິດ. ເຂດ Grenoble ມີປະຊາຄົມຊາວ ຫວຽດນາມ, ໃນນັ້ນມີຈຳນວນນັກຮຽນ, ນັກສຶກສາເປັນຈຳນວນຫຼວງຫຼາຍ, ແມ່ນສັນຍາລັກຂອງການຮ່ວມມືດ້ານວິທະຍາສາດລະຫວ່າງສອງປະເທດ ຫວຽດນາມ - ຝລັ່ງ. ພ້ອມທັງ, ນີ້ກໍ່ແມ່ນ “ອູ່” ຂອງຫຼາຍລຸ້ນນັກວິທະຍາສາດ ຫວຽດນາມ ໃນ 2 3 ທົດສະວັດມານີ້ອີກດ້ວຍ”.

        ເຫດການບຸນເຕັດປີມະໂລງ 2024 ໄດ້ດຶງດູດຄວາມສົນໃຈຂອງຜູ້ເຂົ້າຮ່ວມເກືອບ 300 ຄົນ, ໃນນັ້ນບໍ່ພຽງແຕ່ມີນັກສຶກສາ ຫວຽດນາມ ແລະ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ເທົ່ານັ້ນ, ຫາກຍັງມີເພື່ອນມິດ ຝລັ່ງ ແລະ ນັກສຶກສາສາກົນ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ