ບັ້ນ​ແຂ່ງ​ຂັນ 500 ວັນ ແລະ ຄືນ​ກໍ່​ສ້າງ​ສຳ​ເລັດເສັ້ນ​ທາງ​ຄວາມ​ໄວ​ສູງມີ​ຄວາ​ມ​ຍາວ 3.000 km ເພື່ອ​ການ​ພັດ​ທະ​ນາ​ປະ​ເທດ​ຊາດເຂັ້ມ​ແຂງ

(VOVWORLD) - ຕອນເຊົ້າວັນທີ 18 ສິງຫາ, ຢູ່ແຂວງ ດັກລັກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີປຸກລະດົມບັ້ນແຂ່ງຂັນຍອດສູງ     “500 ວັນ ແລະ ຄືນ ກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງທີ່ມີຄວາມຍາວ 3.000 km”.
ບັ້ນ​ແຂ່ງ​ຂັນ 500 ວັນ ແລະ ຄືນ​ກໍ່​ສ້າງ​ສຳ​ເລັດເສັ້ນ​ທາງ​ຄວາມ​ໄວ​ສູງມີ​ຄວາ​ມ​ຍາວ 3.000 km ເພື່ອ​ການ​ພັດ​ທະ​ນາ​ປະ​ເທດ​ຊາດເຂັ້ມ​ແຂງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີປຸກລະດົມ (ພາບ: VOV)

 ນີ້ແມ່ນເຫດການມີຄວາມໝາຍສຳຄັນ ໃນທ່າມກາງບັນຍາກາດທົ່ວປະເທດພວມແຂ່ງຂັນຢ່າງຟົດຟື້ນ ມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ສູ້ຊົນປະຕິບັດສຳເລັດເປົ້າໝາຍເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໂດຍໄວ, ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ, 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ.

        ໃນພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ປຸກລະດົມບັ້ນແຂ່ງຂັນຍອດສູງ ແລະ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ນັກລົງທຶນ, ຄະນະຄຸ້ມຄອງໂຄງການ.... ສືບຕໍ່ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບສູງສຸດ, ແກ້ໄຂທຸກຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ, ຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນ, ສູ້ຊົນປະຕິບັດໂຄງການໃຫ້ຮັບປະກັນດ້ານຄຸນນະພາບ, ຄວາມຄືບໜ້າ ແລະ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ, ເພື່ອການພັດທະນາປະເທດຊາດເຂັ້ມແຂງ. 

ຕອບກັບ

ຂ່າວ/ບົດ​ອື່ນ