ບໍ່ປະໃຫ້ໂລກພະຍາດ MES-CoV ແຜ່ຂະຫຍາຍເຂົ້າຫວຽດນາມ

ບໍ່ປະໃຫ້ໂລກພະຍາດ MES-CoV ແຜ່ຂະຫຍາຍເຂົ້າຫວຽດນາມ - ảnh 1
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈັດ​ກອງ​ປ​ະ​ຊຸມ​ດ່ວນ

(vovworld) - ຕໍ່ໜ້າ​ການ​ຜັນ​ແປ​ຢ່າງ​ສັບສົນ​ຂອງ​ໂລກ​ພະຍາດ​ອັກ​ເສບ​ລະບົບ​ຫາຍ​ໃຈ MES-CoV ​ໂດຍ​ໄວຣັດ Corona ກໍ່​ຂຶ້ນ​ຢູ່ ສ​ເກົາຫຼີ. ຕອນ​ເຊົ້າ​ວັນ​ທີ 2/6 ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ດ່ວນ ຄະນະ​ຊີ້​ນຳ​ປ້ອງ​ກັນ ຕ້ານ​ໂລກ​ພະຍາດ​ນີ້, ​ແລະ ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ຄວບ​ຄຸມ​ບໍ່​ໃຫ້​ໂລກ​ພະຍາດ MES-CoV ​ແຜ່​ລະບາດ​ເຂົ້າ​ຫວຽດນາມ. ທີ່​ການ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ແທງ​ລອງ ຮຽກຮ້ອງພະນັກງານ​ດ່ານ​ສາກົນ​ຕ່າງໆ ​ໂຄສະນາ​ເພື່ອ​ໃຫ້​ປະຊາຊົນ​ຈາກ​ເຂດທີ່​ມີ​ໂລກ​ພະຍາດ​ນີ້​​ເຂົ້າ​ຫວຽດນາມ ​ແຈ້ງ​​ອາການ​ສຸຂະພາບ​ຢ່າງ​ລະອຽດ, ​ເພື່ອ​ມີ​ມາດ​ຕະການ​ຮັບ​ມື​ກັບ​ຜູ້​ເປັນ​ພະຍາດ, ຈຳກັດ​ບໍ່​ໃຫ້​ຜູ້​ເປັນ​ພະຍາດສຳ​ພັດ​ກັບ​ຜູ້​ອື່ນ; ພ້ອມ​ທັງ​ຮຽກຮ້ອງ​ບັນດາ​ຮາກ​ຖານ​ການ​​ແພດ​ຕິດຕາມ​ຜູ້​ເປັນ​ພະຍາດ​ຢ່າງ​ໃກ້ຊິດ. ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ທິກິມຕ໋ຽນ ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ທ້ອງ​ຖີ່​ນຕ່າງໆ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຄວບ​ຄຸມ​ໂລກ​ພະຍາດ MES-CoV, ​ໃນ​ນັ້ນ​ໂຄສະນາ​ເພື່ອ​ໃຫ້​ປະຊາຊົນ​ບໍ່​ຄວນ​ໄປ​ທ່ອງ​ທ່ຽວ​ຢູ່​ເຂດ​ທີ່​ມີ​ໂລກ​ພະຍາດ​ນີ້.

ຂ່າວ/ບົດ​ອື່ນ