ບໍ່ປະໃຫ້ໂລກລະບາດໂຄວິດ-19 ແຜ່ລະບາດໃນໝູ່ກຳມະກອນ, ຜູ້ອອກແຮງງານ

(VOVWORLD) - ບໍ່ປະໃຫ້ໂລກລະບາດໂຄວິດ-19 ແຜ່ລະບາດໃນໝູ່ກຳມະກອນ, ຜູ້ອອກແຮງງານ” ນີ້ແມ່ນໜຶ່ງໃນບັນດາເນື້ອໃນທີ່ລະບຸໄວ້ໃນເອກະສານແນະນຳຂອງກຳມະບານທຸກຂັ້ນ ໃນການຈັດຕັ້ງບັນດາການເຄື່ອນໄຫວຕອບສະໜອງເດືອນເຄື່ອນໄຫວເພື່ອຄວາມປອດໄພ, ສຸຂະອະນາໄມແຮງງານປີ 2020 ໂດຍຄະນະປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ປະກາດໃຊ້ໃນວັນທີ 10 ເມສາ.
ບໍ່ປະໃຫ້ໂລກລະບາດໂຄວິດ-19 ແຜ່ລະບາດໃນໝູ່ກຳມະກອນ, ຜູ້ອອກແຮງງານ - ảnh 1 (ພາບປະກອບ/TTXVN)

        ໂດຍລະອຽດແມ່ນ, ກຳມະບານທຸກຂັ້ນ ໃນທົ່ວປະເທດ ປະຕິບັດເດືອນເຄື່ອນໄຫວເພື່ອຄວາມປອດໄພ, ສຸຂະອະນາໄມແຮງງານປີ 2020 ນັບແຕ່ວັນທີ 1 – 31 ພຶດສະພາ ດ້ວຍຫົວຂໍ້ວ່າ: “ຍູ້ແຮງການປັບປຸງເງື່ອນໄຂການອອກແຮງງານ ແລະ ຄວບຄຸມຄວາມສ່ຽງກ່ຽວກັບຄວາມປອດໄພ, ສຸຂະອະນາໄມແຮງງານຢູ່ບ່ອນເຮັດວຽກ.”

        ບັນດາການເຄື່ອນໄຫວຕອບສະໜອງເດືອນຄວາມປອດໄພ, ສຸຂະອະນາໄມແຮງງານ ໄດ້ຈັດຕັ້ງບົນຫຼັກການສຸມໃສ່ເຂົ້າໃນເລື່ອງຍົກສູງສະຕິຄວາມຮັບຮູ້ ແລະ ເຈດຈຳນົງຄວາມຮັບຜິດຊອບຂອງ ຜູ້ອອກແຮງງານ, ຜູ້ນຳໃຊ້ແຮງງານກ່ຽວກັບວຽກງານຄວາມປອດໄພ, ສຸຂະອະນາໄມແຮງງານ, ເປັນຕົ້ນແມ່ນການອອກແຮງງານ, ການຜະລິດໃນໄລຍະເກີດໂລກລະບາດໂຄວິດ-19.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ